ຜູ້ຕາງໜ້າຈີນເດັດດ່ຽວຕອບໂຕ້ຄືນຕໍ່ການຕິຕຽນທີ່ໄຮ້ສາລະຂອງອາເມຣິກາທີ່ມີຕໍ່ນະໂຍບາຍນິວເຄຣຍຂອງຈີນ

2022-08-07 14:01:03 CRI


ກອງປະຊຸມພິຈາລະນາ “ສົນທິສັນຍາບໍ່ແຜ່ຜາຍອາວຸດນິວເຄຣຍ” ຄັ້ງທີ 10 ພວມຈັດຂຶ້ນຢູ່ສຳນັກງານໃຫຍ່ອົງການສະຫະປະຊາຊາດທີ່ນະຄອນນິວຢອກ. ໃນເວລາປະກອບຄຳຄິດຄຳເຫັນໃນວັນທີ 4 ສິງຫານີ້, ຜູ້ຕາງໜ້າອາເມຣິກາໄດ້ປ່າວຖ້ອຍຄວາມທີ່ໄຮ້ສາລະວ່າ ຈີນເລັ່ງລັດຂະຫຍາຍສາງອາວຸດນິວເຄຣຍ, ປະຕິເສດບໍ່ດຳເນີນການສົນທະນາກັບອາເມຣິກາກ່ຽວກັບບັນຫາຄວບຄຸມອາວຸດນິວເຄຣຍຢ່າງແທ້ຈິງ. ຕໍ່ກັບການຕິຕຽນທີ່ໄຮ້ສາລະຂອງອາເມຣິກາ, ທ່ານຕິ່ງທົງປິ່ງ ຜູ້ຕາງໜ້າຈີນໄດ້ຕອບໂຕ້ຄືນຢ່າງເດັດດ່ຽວ.

 

ທ່ານຕິ່ງທົງປິ່ນກ່າວວ່າ, ອາເມຣິກາເປັນອະພິມະຫາປະເທດດ້ານນິວເຄຣຍ, ສາງອາວຸດນິວເຄຣຍທີ່ໃຫຍ່ໂຕຂອງເຂົາຍັງຄົງເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງຂອງໂລກ ກໍຄື ພາກພື້ນ. ບໍ່ພຽງແຕ່ເທົ່ານັ້ນ, ອາເມຣິກາຍັງໄດ້ໃຊ້ນະໂຍບາຍ ແລະ ການເຄື່ອນໄຫວຕ່າງໆທີ່ຫຍໍ້ທໍ້, ທຳລາຍຄວາມດຸນດ່ຽງ ແລະ ສະຖຽນລະພາບດ້ານຍຸດທະສາດຂອງໂລກ ແລະພາກພື້ນຢ່າງເປັນລະບົບ.

 

ທ່ານກ່າວຕື່ມອີກວ່າ, ຈີນໄດ້ຈຳກັດຂະໜາດກຳລັງນິວເຄຣຍຂອງຕົນໄວ້ໃນລະດັບຕ່ຳສຸດເພື່ອຄວາມຕ້ອງການໃນການປ້ອງກັນຄວາມໝັ້ນຄົງແຫ່ງຊາດມາໂດຍຕະຫຼອດ. ໃນເມື່ອກ່ອນຈີນບໍ່ເຄີຍເຂົ້າຮ່ວມການແຂ່ງຂັນອາວຸດນິວເຄຣຍ ໃນອະນາຄົດຈີນກໍຈະບໍ່ເຂົ້າຮ່ວມການແຂ່ງຂັນອາວຸດນິວເຄຣຍເຊັ່ນກັນ. ຈຸດປະສົງທີ່ຈີນມີອາວຸດນິວເຄຣຍໃນການຄອບຄອງແມ່ນເພື່ອສະກັດກັ້ນບໍ່ໃຫ້ປະເທດອື່ນນຳໃຊ້ ຫຼື ຂົ່ມຂູ່ຈະນຳໃຊ້ອາວຸດນິວເຄຣຍຕໍ່ຈີນ. ບໍ່ວ່າປະເທດໃດກໍຕາມ, ຂໍແຕ່ວ່າ ບໍ່ນຳໃຊ້ອາວຸດນິວເຄຣຍຕໍ່ຈີນ, ກໍບໍ່ຄວນຖືກຳລັງຮົບດ້ານນິວເຄຣຍຂອງຈີນເປັນໄພຂົ່ມຂູ່, ກໍບໍ່ຄວນມີຄວາມຮູ້ສຶກວ່າຈະມີໄພຂົ່ມຂູ່ແບບນີ້.

 

ທ່ານຕິ່ງທົງປິ່ງກ່າວເນັ້ນໜັກວ່າ, ຈີນທວງໃຫ້ອາເມຣິກາປະຕິບັດຕາມຄວາມຮັບຮູ້ຮ່ວມກັນຂອງສາກົນ, ແບກຫາບຄວາມຮັບຜິດຊອບທີ່ມີລັກສະນະພິເສດ ແລະ ບຸລິມະສິດໃນການຫຼຸດກຳລັງຮົບນິວເຄຣຍຢ່າງແທ້ຈິງ, ສືບຕໍ່ໃຊ້ຮູບການທີ່ສາມາດກວດສອບໄດ້ ບໍ່ສາມາດຕ່າວປິ້ນຄືນ ແລະ ມີຜົນສັກສິດດ້ານກົດໝາຍ, ເພື່ອຫຼຸດສາງອາວຸດນິວເຄຣຍໃຫ້ໜ້ອຍລົງດ້ວຍຈັງຫວະໃຫຍ່ຢ່າງແທ້ຈິງ.