ຈີນໄດ້ໃຫ້ຄຳໝັ້ນສັນຍາ ແລະສະໜັບສະໜູນຖານະໃຈກາງຂອງອາຊຽນຢ່າງຈະແຈ້ງມາໂດຍຕະຫຼອດ

2022-08-09 15:27:33 cri

ປີນີ້ແມ່ນປີສ້າງຕັ້ງອາຊຽນຄົບຮອບ 55 ປີ ທັງເປັນປີທຳອິດຂອງສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຈີນ-ອາຊຽນ. ໃນຖານະເປັນປະເທດໃກ້ຄຽງ ແລະຄູ່ຮ່ວມຍຸດທະສາດຮອບດ້ານຂອງອາຊຽນ, ຈີນຫວັງຢາກເຫັນອາຊຽນທີ່ສາມັກຄີ, ເອກະລາດ, ເຂັ້ມແຂງ ແລະພັດທະນາ, ຈີນສະໜັບສະໜູນຖານະໃຈກາງຂອງອາຊຽນໃນໂຄງປະກອບພາກພື້ນ ແລະສະໜັບສະໜູນອາຊຽນເສີມຂະຫຍາຍບົດບາດຫຼາຍກວ່າເກົ່າໃນວຽກງານພາກພື້ນ ແລະສາກົນ.

ຈີນ ແລະອາຊຽນເປັນຄູ່ການຄ້າໃຫຍ່ກວ່າໝູ່ເຊິ່ງກັນແລະກັນ, ຍອດມູນຄ່າການຄ້າສອງຝ່າຍໄດ້ເພີ່ມຂຶ້ນ 100 ເທົ່າ ເມື່ອທຽບໃສ່ 30 ປີກ່ອນ, ການລົງທຶນໂດຍກົງໄດ້ບັນລຸຫຼາຍກວ່າ 310 ຕື້ໂດລາສະຫະລັດ. ທາງລົດໄຟລາວ-ຈີນໄດ້ເປີດນຳໃຊ້ຢ່າງເປັນທາງການ, ໂຄງການຕ່າງໆໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ເຊັ່ນ: ໂຄງການທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງ, ໂຄງການທາງລົດໄຟຈີນ-ໄທ, ໂຄງການເຂດນິຄົມອຸດສາຫະກຳຈີນ-ມາເລເຊຍ, ໂຄງການເຂດນິຄົມອຸດສາຫະກຳຈີນ-ອິນໂດເນເຊຍ ແລະອື່ນໆ ໄດ້ຮັບຄວາມຄືບໜ້າຢ່າງຕັ້ງໜ້າ. ໃນປີ 2021, ຍອດມູນຄ່າການຄ້າຈີນ-ອາຊຽນ ໄດ້ສ້າງສະຖິຕິສູງສຸດໃນປະຫວັດສາດອີກຄັ້ງໜຶ່ງ ໂດຍບັນລຸ 878,2 ຕື້ໂດລາສະຫະລັດ.

ສາຍພົວພັນການຄ້າທີ່ແໜ້ນແຟ້ນລະຫວ່າງຈີນກັບອາຊຽນ ໄດ້ສ້າງພື້ນຖານອັນໜັກແໜ້ນໃຫ້ກັບການເພີ່ມທະວີການຮ່ວມມືດ້ານການເມືອງ ແລະຄວາມໝັ້ນຄົງ ກໍຄືການເພີ່ມທະວີການພົວພັນລະຫວ່າງສອງຝ່າຍ. ພາຍໃຕ້ຄວາມພະຍາຍາມຮ່ວມຂອງຈີນ ແລະປະເທດສະມາຊິກອາຊຽນ, “ຖະແຫຼງການຮ່ວມວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຈີນໃຕ້” ໄດ້ຮັບການປະຕິບັດຢ່າງມີປະສິດທິຜົນ ແລະຮອບດ້ານ, ສ່ວນການປຶກສາຫາລືກ່ຽວກັບ “ກົດແຫ່ງການປະພຶດຢູ່ທະເລຈີນໃຕ້” ກໍໄດ້ຮັບການຊຸກຍູ້ຢ່າງຕັ້ງໜ້າ. ການແລກປ່ຽນດ້ານຄວາມໝັ້ນຄົງການທະຫານໄດ້ກ້າວເຂົ້າສູ່ລວງເລິກ, ການຮ່ວມມືໃນຂົງເຂດໄພຄຸກຄາມຄວາມໝັ້ນຄົງແບບໃໝ່ ເຊັ່ນ: ການຮ່ວມມືດ້ານການຕ້ານການກໍ່ການຮ້າຍ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຄວາມປອດໄພດ້ານອິນເຕີເນັດ, ການປາບອາຊະຍາກຳຂ້າມຊາດ, ການປ້ອງກັນ ແລະບັນເທົາໄພ ແລະອື່ນໆ ກໍໄດ້ປະສົບຜົນສຳເລັດຢ່າງຫຼວງຫຼາຍ.

ໃນກອງປະຊຸມສຸດຍອດລະນຶກການສ້າງຕັ້ງສາຍພົວພັນຄູ່ສົນທະນາຈີນ-ອາຊຽນຄົບຮອບ 30 ປີທີ່ຈັດຂຶ້ນໃນເດືອນພະຈິກປີ 2021 ຜ່ານມານີ້, ຈີນ ແລະອາຊຽນໄດ້ປະກາດສ້າງຕັ້ງສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຢ່າງເປັນທາງການ. ໃນກອງປະຊຸມດັ່ງກ່າວ, ທ່ານສີຈິ້ນຜິງ ປະທານປະເທດຈີນ ໄດ້ກ່າວເນັ້ນໜັກວ່າ: ຈີນຖືສາຍພົວພັນກັບອາຊຽນເປັນທິດທາງບູລິມະສິດໃນວຽກງານການຕ່າງປະເທດກັບປະເທດອ້ອມຂ້າງຢ່າງໝັ້ນໜຽວບໍ່ປ່ຽນແປງ, ສະໜັບສະໜູນຄວາມສະມັກຄີຂອງອາຊຽນ ແລະການສ້າງປະຊາຄົມອາຊຽນຢ່າງໝັ້ນໜຽວບໍ່ປ່ຽນແປງ, ສະໜັບສະໜູນຖານະໃຈກາງຂອງອາຊຽນໃນໂຄງປະກອບພາກພື້ນຢ່າງໝັ້ນໜຽວບໍ່ປ່ຽນແປງ. ໃນກອງປະຊຸມລັດຖະມົນຕີການຕ່າງປະເທດຈີນ-ອາຊຽນ(10+1) ທີ່ຈັດຂຶ້ນໃນວັນທີ 4 ສິງຫາ 2022 ນີ້, ຈີນໄດ້ເປີດເຜີຍເອກະສານວ່າດ້ວຍຫຼັກໝັ້ນຂອງຈີນກ່ຽວກັບການສະໜັບສະໜູນຖານະໃຈກາງຂອງອາຊຽນ. ເລື່ອງເຫຼົ່ານີ້ເປັນການສະແດງໃຫ້ເຫັນວ່າ: ຈີນໄດ້ໃຫ້ຄຳໝັ້ນສັນຍາ ແລະສະໜັບສະໜູນຖານະໃຈກາງຂອງອາຊຽນຢ່າງຈະແຈ້ງມາໂດຍຕະຫຼອດ.

    ປັດຈຸບັນ, ການພັດທະນາຂອງສາຍພົວພັນຈີນ-ອາຊຽນໄດ້ເຂົ້າສູ່ເສັ້ນທາງທີ່ເລັ່ງຄວາມໄວ, ແຕ່ບາງປະເທດພັດເລີ່ມມີຄວາມອິດສາຕາຮ້ອນຂຶ້ນ ໂດຍໄດ້ວາງອັນທີ່ເອີ້ນວ່າ “ຂອບເສດຖະກິດອິນໂດ-ປາຊີຟິກ” ແລະຂໍ້ລິເລີ່ມ “ສາຍພົວພັນຄູ່ຮ່ວມພື້ນຖານໂຄງລ່າງໂລກ” ເພື່ອຕ້ານກັບສັນຍາ RCEP ແລະຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”. ພວກເຂົາອ້າງວ່າເພື່ອສົ່ງເສີມຄວາມຈະເລີນຮຸ່ງເຮືອງ ແລະການພັດທະນາຂອງພາກພື້ນ, ແຕ່ພັດໄດ້ສຸມກຳລັງເຂົ້າໃນການຍຸແຍ່ປະເທດໃນພາກພື້ນໃຫ້ຫຼຸດຈາກການພົວພັນກັບຈີນ. ແມ່ນໃຜແທ້ທີ່ກຳລັງຮັກສາສັນຕິພາບ ແລະສະຖຽນລະພາບຂອງພາກພື້ນ? ແມ່ນໃຜແທ້ທີ່ປັ່ນປ່ວນການຮ່ວມມືໃນພາກພື້ນເພື່ອຜົນປະໂຫຍດສ່ວນຕົວ? ຄິດວ່າເວົ້າມາຮອດນີ້, ໃນໃຈຂອງທ່ານຜູ້ອ່ານທັງຫຼາຍຄົງຈະຮູ້ດີແລ້ວເນາະ.