ເລຂາທິການໃຫຍ່ອົງການ ສປຊ ຮຽກຮ້ອງໃຫ້ປະເທດທີ່ມີອາວຸດນີວເຄລຍໃຫ້ຄຳໝັ້ນສັນຍາ"ບໍ່ນຳໃຊ້ອາວຸດນີວເຄລຍກ່ອນ"

2022-08-09 16:13:37 cri


ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນວັນທີ 8 ສິງຫານີ້ວ່າ:ຝ່າຍຈີນສະແດງຄວາມຊົມເຊີຍຕໍ່ທ່ານອັນໂຕນີໂອ ກູເຕີເຣສ ເລຂາທິການໃຫຍ່ອົງການສະຫະຊາຊາດທີ່ຮຽກຮ້ອງໃຫ້ຝ່າຍທີ່ກ່ຽວຂ້ອງໃຫ້ຄຳໝັ້ນສັນຍາບໍ່ນຳໃຊ້ອາວຸດນີວເຄລຍກ່ອນ.


ໃນພິທີລະນຶກສັນຕິພາບທຈັດຂຶ້ນຢູ່ໂລຊີມະປະເທດຍີ່ປຸ່ນໃນວັນທີ 6 ສິງຫານີ້,ທ່ານອັນໂຕນີໂອ ກູເຕີເຣສ ເລຂາທິການໃຫຍ່ອົງການສະຫະປະຊາຊາດຮຽກຮ້ອງໃຫ້ປະເທດທີ່ມີອາວຸດນີວເຄລຍໃຫ້ຄຳໝັ້ນສັນຍາ"ບໍ່ນຳໃຊ້ອາວຸດນີວເຄລຍກ່ອນ",ທັງຮັບປະກັນຕໍ່ປະເທດທີ່ບໍ່ມີອາວຸດນີວເຄລຍວ່າ ຈະບໍ່ນຳໃຊ້ຫຼືຂົ່ມຂູ່ວ່າຈະນຳໃຊ້ອາວຸດນີວເຄລຍ. 


ເຈົ້າໜ້າທີ່ອົງການສະຫະປະຊາຊາດກ່າວວ່າ ນີ້ແມ່ນຄັ້ງທຳອິດທີ່ມີເລຂາທິການໃຫຍ່ທຳການຮຽກຮ້ອງແບບນີ້.


ທ່ານວ່າງເວີນປິ່ນກ່າວເນັ້ນໜັກວ່າ,"ນັບແຕ່ມື້ທຳອິດທີ່ມີອາວຸດນີວເຄລຍເປັນຕົ້ນມາ,ປະເທດຈີນກໍ່ໄດ້ລິເລີ່ມໃຫ້ຊຳລະຢ່າງຮອບດ້ານແລະທຳລາຍອາວຸດນີວເຄລຍຢ່າງເຖິງຖອງ,ໄດ້ປະຕິບັດນະໂຍບາຍທີ່ບໍ່ນຳໃຊ້ອາວຸດນີວເຄລຍກ່ອນບໍ່ວ່າໃນເວລາໃດແລະໃນກໍລະນີໃດກໍ່ຕາມຢ່າງເຄັ່ງຄັດມາໂດຍຕະຫຼອດ,ພ້ອມທັງໄດ້ໃຫ້ຄຳໝັ້ນສັນຍາຢ່າງຈະແຈ້ງວ່າບໍ່ນຳໃຊ້ຫຼືຂົ່ມຂູ່ວ່າຈະນຳໃຊ້ອາວຸດນີວເຄລຍຕໍ່ປະເທດທີ່ບໍ່ມີອາວຸດນີວເຄລຍແລະພາກພື້ນທີ່ບໍ່ມີອາວຸດນີວເຄລຍຢ່າງບໍ່ມີເງື່ອນໄຂ.ຈີນເປັນພຽງປະເທດດຽວເທົ່ານັ້ນທີ່ໃຫ້ຄຳໝັ້ນສັນຍາດັ່ງກ່າວໃນຈຳນວນ 5 ປະເທດທີ່ມີອາວຸດນີວເຄລຍ."


ທ່ານວ່າງເວີນປິ່ນໄດ້ກ່າວຕື່ມວ່າ:ຝ່າຍຈີນທວງໃຫ້ປະເທດອື່ນໆທີ່ມີອາວຸດນີວເຄລຍນຳໃຊ້ນະໂຍບາຍດຽວກັນ,ຮ່ວມກັນປົກປັກຮັກສາຄວາມໝັ້ນຄົງທາງຍຸດທະສາດຂອງໂລກ,ຫຼຸດຜ່ອນຄວາມສ່ຽງທາງຍຸດທະສາດນີວເຄລຍໃຫ້ໜ້ອຍລົງຢ່າງແທ້ຈິງ.