ທ່ານສີຈິ້ນຜິງສົ່ງຈົດໝາຍຕອບຄືນ ຄູແລະນັກຮຽນ “ຫ້ອງຮຽນຮັບຮູ້ຈີນ”ຂອງໂຮງຮຽນມັດທະຍົມມານຕາ

2022-08-09 16:46:56 CRI


ຫວ່າງບໍ່ດົນມານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງຈົດໝາຍຕອບຄືນ ຄູແລະນັກຮຽນ “ຫ້ອງຮຽນຮັບຮູ້ຈີນ”ຂອງໂຮງຮຽນມັດທະຍົມແຊງມາເກເຣັດຂອງປະເທດມານຕາ, ໂດຍສົ່ງເສີມໃຫ້ຊາວໜຸ່ມເຍົາວະຊົນມານຕາຫຼາຍກວ່າເກົ່າເຂົ້າຮ່ວມການແລກປ່ຽນດ້ານວັດທະນະທຳລະຫວ່າງຈີນ ແລະ ມານຕາຢ່າງຕັ້ງໜ້າ.

 

ເນື້ອໃນຈົດໝາຍຂອງທ່ານສີຈິ້ນຜິງລະບຸວ່າ: ພາຍໃຕ້ຄວາມພະຍາຍາມຮ່ວມກັນຂອງສອງຝ່າຍຈີນ ແລະ ມານຕາ, “ຫ້ອງຮຽນຮັບຮູ້ຈີນ” ຂອງໂຮງຮຽນມັດທະຍົມແຊງມາເກເຣັດໄດ້ເສີມຂະຫຍາຍບົດບາດອັນຕັ້ງໜ້າເຂົ້າໃນການເພີ່ມທະວີຄວາມຮັບຮູ້ຕໍ່ຈີນຂອງຊາວໜຸ່ມເຍົາວະຊົນມານຕາ ແລະ ສົ່ງເສີມມິດຕະພາບຈີນ-ມານຕາ. ຫວັງວ່າ “ຫ້ອງຮຽນຮັບຮູ້ຈີນ” ຈະມີການພັດທະນານັບມື້ດີຂຶ້ນ, ຍິນດີຕ້ອນຮັບຄູ ແລະ ນັກຮຽນໄປແລກປ່ຽນ ແລະ ຮ່ຳຮຽນຢູ່ຈີນ.

 

ເນື້ອໃນຈົດໝາຍຂອງທ່ານສີຈິ້ນຜິງໄດ້ລະບຸຕື່ມວ່າ, ທົ່ວໂລກມີຄວາມປອງດອງກັນ ບັນດາປະເທດມີຄວາມກົມກຽວກັນ, ແມ່ນຄວາມປາຖະໜາອັນດີງາມຂອງປະຊາຊາດຈີນຕໍ່ສັງຄົມມະນຸດມາແຕ່ບູຮານນະການ, ແລະກໍແມ່ນແຫຼ່ງທີ່ມາດ້ານວັດທະນະທຳໃນແນວຄວາມຄິດການທີ່ສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ. ໃນໂລກທີ່ພວກເຮົາດຳລົງຊີວິດຢູ່ນັ້ນ ປະຫວັດສາດ ແລະ ຄວາມເປັນຈິງເຊື່ອມສານເຂົ້າກັນ, ຄວາມຫວັງ ແລະ ສິ່ງທ້າທາຍມີຢູ່ຮ່ວມກັນ, ມວນມະນຸດມີຊາຕາກຳຮ່ວມກັນ, ມີແຕ່ການຊ່ວຍຊູຍູ້ໜູນກັນ ແລະຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດຈຶ່ງຈະເຮັດໃຫ້ມວນມະນຸດຮ່ວມກັນຊົມໃຊ້ໝາກຜົນແຫ່ງການພັດທະນາ. ໂດຍແນ່ໃສ່ການແກ້ໄຂບັນຫາຫຍຸ້ງຍາກດ້ານການພັດທະນາຂອງໂລກ, ຮັບມືກັບສິ່ງທ້າທາຍດ້ານຄວາມໝັ້ນຄົງສາກົນ, ຈີນໄດ້ສະເໜີ ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”, ຂໍ້ລິເລີ່ມກ່ຽວກັບການພັດທະນາຂອງໂລກ, ຂໍ້ລິເລີ່ມກ່ຽວກັບຄວາມໝັ້ນຄົງຂອງໂລກ, ເພື່ອເຕົ້າໂຮມຄວາມເຫັນທີ່ເປັນເອກະພາບກັນ ແລະ ກຳລັງແຮງຢ່າງກວ້າງຂວາງ, ໃຊ້ການກະທຳຕົວຈິງເພື່ອປະຕິບັດແນວຄວາມຄິດປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.