ໄພເງິນເຟີ້ສູງຂຶ້ນສ້າງຜົນກະທົບດ້ານການເງິນອັນໜັກໜ່ວງຕໍ່ຄອບຄົວເຊື້ອສາຍສ່ວນໜ້ອຍຂອງອາເມຣິກາ

2022-08-09 14:35:49 CRI


ວັນທີ 8 ສິງຫານີ້, ວິທະຍຸສາທາລະນະແຫ່ງຊາດອາເມຣິກາ ຫຼື NPR, ກອງທຶນໂຣເບິດ ອູດ ຈອນຊັນ, ແລະ ວິທະຍາໄລສາທາລະນະສຸກມະຫາວິທະຍາໄລຮາເວິດຮ່ວມກັນເຜີຍແຜ່ຜົນການຢັ່ງປະຊາມະຕິຫຼ້າສຸດໂດຍສະແດງໃຫ້ເຫັນວ່າ, ພາຍໃຕ້ຜົນກະທົບຈາກບັນຫາໄພເງິນເຟີ້ສູງຂຶ້ນຢູ່ອາເມຣິກາ, ຄອບຄົວເຊື້ອສາຍອາຟຣິກາ ພົນລະເມືອງດັ້ງເດີມຂອງທະວີບອາເມຣິກາ, ແລະເຊື້ອສາຍລາຕິນສ່ວນຫຼາຍທີ່ສຸດຂອງອາເມຣິກາພວມປະເຊີນກັບບັນຫາດ້ານການເງິນທີ່ໜັກໜ່ວງ.

 

ອີງຕາມຜົນການຢັ່ງປະຊາມະຕິຍັງສະແດງໃຫ້ເຫັນວ່າ, ຄົນອາເມຣິກາເຊື້ອສາຍອາຟຣິກາ 58% ພົນລະເມືອງດັ້ງເດີມຂອງທະວີບອາເມຣິກາ 69% ແລະ ຄອບຄົວເຊື້ອສາຍລາຕິນ 56%ກ່າວວ່າ, ພວກເຂົາເຈົ້າໄດ້ປະເຊີນກັບບັນຫາດ້ານການເງິນອັນໜັກໜ່ວງເນື່ອງຈາກໄພເງິນເຟີ້ສູງຂຶ້ນ.