ນະໂຍບາຍເອື້ອອຳນວຍຂອງRCEP ຊຸກຍູ້ການໄປມາຫາສູ່ກັນດ້ານເສດຖະກິດການຄ້າລະຫວ່າງຈີນ-ອາຊຽນເລັ່ງລັດການເຕີບໂຕ

2022-08-09 11:06:06 CRI


ຫວ່າງບໍ່ດົນມານີ້, ອົງການພາສີແຫ່ງຊາດຈີນແຈ້ງໃຫ້ຮູ້ວ່າ, ແຕ່ເດືອນມັງກອນຫາເດືອນກໍລະກົດປີ2022 ນີ້, ການຄ້າຂາເຂົ້າຂາອອກຂອງຈີນຕໍ່ອາຊຽນມີມູນຄ່າ 3530ຕື້ຢວນ, ເພີ່ມຂຶ້ນ 13,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021,ການຄ້າຂາເຂົ້າຂາອອກກັບປະເທດສະມາຊິກອື່ນ ໃນສັນຍາສາຍພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP ໄດ້ເພີ່ມຂຶ້ນ 7,5%. ເຊິ່ງຈັງຫວະການເຕີບໂຕສອງດ້ານນີ້ລ້ວນແຕ່ສູງກວ່າລະດັບໃນຫົກເດືອນຕົ້ນປີນີ້.



 

ເຖິງວ່າສະຖານະການສາກົນມີຄວາມສັບສົນ ແລະ ຂ້ຽວຂາດ, ການແຜ່ລະບາດຂອງພະຍາດໂຄວິດ-19ຟື້ນຄືນຊ້ຳແລ້ວຊ້ຳອີກ, ນັບແຕ່ສັນຍາ RCEP ມີຜົນບັງຄັບໃຊ້ໃນວັນທີ 1 ມັງກອນປີ 2022 ເປັນຕົ້ນມາໄດ້ນຳໃຊ້ນະໂຍບາຍເອື້ອອຳນວຍຢ່າງຕໍ່ເນື່ອງ, ເຊິ່ງໄດ້ເພີ່ມແຮງຂັບເຄື່ອນອັນໃໝ່ໃຫ້ແກ່ການລົງເລິກການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນ ແລະ ອາຊຽນ.

 

ປັດຈຸບັນນີ້, ຈີນ ແລະ ອາຊຽນເປັນຄູ່ການຄ້າໃຫຍ່ທີ່ສຸດຂອງກັນ ແລະ ກັນ, ການລົງທຶນໂດຍກົງລະຫວ່າງສອງຝ່າຍມີມູນຄ່າຫຼາຍກວ່າ 310 ຕື້ໂດລາ. ຫຼັງຈາກສັນຍາ RCEP ມີຜົນບັງຄັບໃຊ້ແລ້ວ, ມີນະໂຍບາຍເອື້ອອຳນວຍຕ່າງໆ, ເຊັ່ນ: ຫຼຸດພາສີ ລະບຽບການສະສົມໃນການກຳນົດແຫຼ່ງກຳເນີດສິນຄ້າ ແລະອື່ນໆ, ຈີນ ແລະ ອາຊຽນໄດ້ໄປມາຫາສູ່ກັນຢ່າງມີຄວາມສະໜິດແໜ້ນກວ່າເກົ່າ.

 

ນັກວິເຄາະຊີ້ອອກວ່າ, RCEPໄດ້ບັນລຸການປະສານສົມທົບກັນໃນລະບຽບການດ້ານເສດຖະກິດການຄ້າພາຍໃນພາກພື້ນ, ເລັ່ງລັດການເຊື່ອມໂຍງເຂົ້າກັນຂອງຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງໃນພາກພື້ນ, ສະໜອງແຮງຊຸກຍູ້ໃຫ້ແກ່ການລົງເລິກສາຍພົວພັນເສດຖະກິດການຄ້າລະຫວ່າງຈີນ ແລະ ອາຊຽນ, ພ້ອມທັງໄດ້ສະໜອງແຮງຂັບເຄື່ອນອັນເຂັ້ມແຂງເຂົ້າໃນການພັດທະນາເສດຖະກິດຂອງພາກພື້ນ.

 

ທ່ານອອງຕີເຄັດ ປະທານສູນຄົ້ນຄວ້າຍຸດທະສາດອາຊີໃໝ່ຂອງມະເລເຊຍກ່າວວ່າ, RCEP ໄດ້ປະສານງານລະບຽບການ ແລະ ຂໍ້ກຳນົດກ່ຽວກັບແຫຼ່ງກຳເນີດສິນຄ້າ, ໄດ້ສ້າງຕະຫຼາດທີ່ເປັນເອກະພາບກັນໃຫ້ແກ່ຜະລິດຕະພັນກາງ ຫຼື ເຄິ່ງສຳເລັດຮູບ, ຊຸກຍູ້ການສ້າງຕ່ອງໂສ້ການສະໜອງຂອງພາກພື້ນ, “ຈະສ້າງໂອກາດປະກອບອາຊີບຫຼາຍກວ່າເກົ່າ ການເຕີບໂຕດ້ານເສດຖະກິດທີ່ສູງກວ່າເກົ່າ ແລະ ປະສິດທິຜົນດ້ານການຫຼຸດຜ່ອນຄວາມທຸກຍາກຫຼາຍກວ່າເກົ່າໃນພາກພື້ນ, ສິ່ງນີ້ແມ່ນມີຄວາມສຳຄັນຢ່າງຍິ່ງຕໍ່ປະເທດອາຊຽນ.”

 

ທ່ານລິນຊູຊິ່ນ ປະທານສະພາການຄ້າຈີນປະຈຳໄທກ່າວວ່າ, RCEP ໄດ້ກວມລວມການຫຼຸດພາສີ, ເປີດຕະຫຼາດ, ຫຼຸດຜ່ອນກຳແພງດ້ານມາດຕະຖານ, ຄັດຄ້ານລັດທິຝ່າຍດຽວ, ລັດທິປົກປ້ອງ ແລະອື່ນໆ, ມີຜົນດີຕໍ່ການສ້າງລະບຽບການດ້ານການຄ້າຫຼາຍຝ່າຍທີ່ມີຄວາມໝັ້ນຄົງໂດຍທຽບຖານໃນພາກພື້ນອາຊີປາຊີຟິກ, ກະຕຸກຊຸກຍູ້ຄວາມໝັ້ນໃຈດ້ານການຄ້າ ແລະ ການລົງທຶນ, ເພີ່ມຄວາມເຂັ້ມແຂງຂອງຕ່ອງໂສ້ການສະໜອງ ແລະ ຕ່ອງໂສ້ອຸດສາຫະກຳຕື່ມອີກ, ສິ່ງນີ້ແມ່ນມີຄວາມໝາຍສຳຄັນ ແລະ ເລິກເຊິ່ງຍາວໄກຕໍ່ການສ້າງລະບຽບການດ້ານເສດຖະກິດການຄ້າຂອງໂລກໃນອະນາຄົດ.