ໄຕ້ຫວັນຈະກັບຄືນສູ່ປະເທດຊາດໃນທີ່ສຸດ!

2022-08-10 15:31:10 cri

ຫວ່າງມໍ່ໆມານີ້, ນາງຮວ້າຊຸ່ນຢິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ຂຽນບົດຄວາມບົດໜຶ່ງລົງສື່ສັງຄົມອອນລາຍ Twitter, ແລະໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍ. ໃນພາບປະກອບເນື້ອໃນບົດຄວາມດັ່ງກ່າວ, ຮ້ານຂາຍໝີ່ຕ່າວສ່ຽວເຊິ່ງເປັນອາຫານທ້ອງຖິ່ນແຂວງຊ່ານຊີແລະຮ້ານຂາຍຂະໜົມກ້ຽວລົດຊາດແຂວງຊ່ານຕຸ່ງໄດ້ແຈກຢາຍຢູ່ນະຄອນໄຕ້ເປເຂດໃຕ້ຫວັນຢ່າງຫຼວງຫຼາຍ; ນອກນັ້ນ, ຖະໜົນຫຼາຍສາຍຂອງເຂດໄຕ້ຫວັນໄດ້ຕັ້ງຊື່ດ້ວຍຕົວເມືອງຂອງແຜ່ນດິນໃຫຍ່ຈີນ, ຕົວຢ່າງວ່າ: ຖະໜົນກວາງໂຈ່ວ, ຖະໜົນສາງຊ່າ, ຖະໜົນນານກິ່ງ, ຖະໜົນຈຸ່ງກິ່ງແລະອື່ນໆ. ນີ້ສະແດງໃຫ້ເຫັນວ່າເຂດໄຕ້ຫວັນແລະແຜ່ນດິນໃຫຍ່ຈີນມີສາຍພົວພັນດ້ານສາຍເລືອດທີ່ຕັດອອກບໍ່ໄດ້.

ປະຫວັດສາດແມ່ນປຶ້ມແບບຮຽນທີ່ດີທີ່ສຸດ. ລັດຖະບານຈີນທຸກສະໄໝໃນປະຫວັດສາດລ້ວນແຕ່ໄດ້ຕັ້ງອົງການບໍລິຫານຢູ່ເຂດໄຕ້ຫວັນແລະດຳເນີນການບໍລິຫານ.ງໍ້ກົກໃນສະໄໝສາມກົກ(ຄສ 220-280), ລາດຊະວົງສຸຍ(ຄສ 581-618)ເຄີຍໄດ້ສົ່ງທະຫານໝື່ນກວ່າຄົນໄປປະຈຳຢູ່ເຂດໄຕ້ຫວັນ, ສ່ວນລາດຊະວົງຊົ້ງ(ຄສ 960-1279)ໄດ້ຈັດໃຫ້ເຂດເຜິງຫູຂອງເຂດໄຕ້ຫວັນຂຶ້ນກັບເມືອງຈິ້ນຈ່ຽງນະຄອນສວນໂຈ່ວແຂວງຝູຈ້ຽນແລະສົ່ງທະຫານໄປປະຈຳ, ມາຮອດປີ 1885, ລາດຊະວົງຊິງໄດ້ກຳນົດເຂດໄຕ້ຫວັນເປັນເຂດບໍລິຫານລະດັບແຂວງຢ່າງເປັນທາງການ.

ເດືອນເມສາປີ 1895, ຍີ່ປຸ່ນບັງຄັບໃຫ້ລາດຊະວົງຊິງລົງນາມໃນ “ສົນທິສັນຍາຊິໂມໂນແຊກິ” ເຊິ່ງເປັນສັນຍາບໍ່ສະເໝີພາບດ້ວຍສົງຄາມຮຸກຮານ, ແລ້ວຍຶດເອົາເຂດໄຕ້ຫວັນ. ເດືອນທັນວາປີ 1943, ລັດຖະບານຈີນ, ອາເມຣິກາແລະອັງກິດໄດ້ຮ່ວມກັນປະກາດ “ຖະແຫຼງການເລີແກ” ໂດຍກຳນົດວ່າ: ຍີ່ປຸ່ນຕ້ອງສົ່ງຄືນດິນແດນທີ່ຍຶດເອົາຈາກປະເທດຈີນເໝືອນໂຈນລະກຳລວມທັງເຂດຕາເວັນອອກສຽງເໜືອ, ເຂດໄຕ້ຫວັນແລະເກາະຕາງໆໃນເຂດເຜີງຫູແລະອື່ນໆໃຫ້ປະເທດຈີນ.

ພາຍຫຼັງສາທາລະນະລັດປະຊາຊົນຈີນສະຖາປະນາຂຶ້ນເມື່ອປີ 1949 ເປັນຕົ້ນມາ, ໄດ້ສ້າງສາຍພົວພັນທາງການທູດກັບ 181 ປະເທດໃນໂລກບົນພື້ນຖານຫຼັກການປະເທດຈີນດຽວ. ຫຼັກການປະເທດຈີນດຽວເປັນທີ່ຄວາມຮັບຮູ້ທົ່ວໄປຂອງປະຊາຄົມໂລກແລະເປັນຫຼັກການພື້ນຖານໜຶ່ງຂອງການພົວພັນສາກົນ.

ປີ 1971, ມະຕິເລກທີ 2758 ຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດໄດ້ຢືນຢັນຫຼັກການປະເທດຈີນດຽວດ້ວຍກົດໝາຍສາກົນ. ຂະນະດຽວກັນນັ້ນ, ຫ້ອງການວຽກງານກົດໝາຍຂອງສຳນັກງານເລຂານຸການສະມັດຊາໃຫຍ່ອົງການສະຫະປະຊາຊາດກໍໄດ້ສະແດງທ່າທີຢ່າງຈະແຈ້ງວ່າ: “ອົງການສະຫະປະຊາຊາດເຫັນວ່າ, ໄຕ້ຫວັນມີຖານະເປັນແຂວງໜຶ່ງຂອງປະເທດຈີນບໍ່ມີຖານະເປັນເອກະລາດ.”

ວັນທີ 16 ທັນວາປີ 1978, ຈີນ ແລະ ອາເມຣິກາໄດ້ອອກຖະແຫຼງການຮ່ວມດ້ານການສ້າງສາຍພົວພັນທາງການທູດ, ໂດຍອາເມຣິກາຮັບຮອງວ່າ “ລັດຖະບານສາທາລະນະລັດປະຊາຊົນຈີນແມ່ນລັດຖະບານທີ່ຖືກຕ້ອງຕາມກົດໝາຍພຽງໜຶ່ງດຽວຂອງປະເທດຈີນ”, “ໃນໂລກນີ້, ປະເທດຈີນມີພຽງແຕ່ປະເທດດຽວ, ໄຕ້ຫວັນແມ່ນພາກສ່ວນໜຶ່ງຂອງປະເທດຈີນ.”

ຄວາມຈິງເຫຼົ່ານີ້ສະແດງໃຫ້ເຫັນວ່າ, ແຜ່ນດິນໃຫຍ່ຈີນແລະໄຕ້ຫວັນຂຶ້ນກັບປະເທດຈີນດຽວແມ່ນຄວາມຈິງດ້ານປະຫວັດສາດ, ແລະມີຫຼັກອ້າງອີງດ້ານກົດໝາຍຢ່າງສົມບູນ, ແມ່ນຄວາມຈິງທີ່ບຸກຄົນໃດໆແລະອິດທິກຳລັງໃດໆກໍປ່ຽນແປງບໍ່ໄດ້.

ນັບແຕ່ປີ 2016 ເປັນຕົ້ນມາ, ເຈົ້າໜ້າທີ່ພັກມິນຈິ້ນເລັ່ງລັດປະຕິບັດການເຄື່ອນໄຫວ “ແບ່ງແຍກໄຕ້ຫວັນເປັນເອກະລາດ”, ໄດ້ສົງຜົນເຮັດໃຫ້ທ່າອຽງການພັດທະນາໂດຍສັນຕິຂອງການພົວພັນລະຫວ່າງສອງຝັ່ງຊ່ອງແຄບໄຕ້ຫວັນຖືກກະທົບຢ່າງໜັກໜ່ວງ, ຄຽງຄູ່ກັບນາງ ແນນຊີ ເປໂລຊີ ດື້ດຶງໄປຢ້ຽມຢາມເຂດໄຕ້ຫວັນແລະການຫຼິ້ນເລ່ລ່ຽມທາງການເມືອງຂອງນັກການເມືອງປະເທດຕາເວັນຕົກ, ຍິ່ງເຮັດໃຫ້ສະຖານະການຢູ່ເຂດທະເລອ້ອມແອ້ມໄຕ້ຫວັນສັບສົນກວ່າເກົ່າ. ແຕ່ວ່າການທີ່ເຂດໄຕ້ຫວັນກັບຄືນສູ່ປະເທດຊາດ, ຈີນຮັບປະກັນຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດແມ່ນກະແສປະຫວັດສາດທີ່ສະກັດກັ້ນບໍ່ໄດ້. ກໍຄືເນື້ອໃນທີ່ທ່ານນາງຮ້ວາຊຸ່ນຢິງ ຂຽນໃນບົດຄວາມທີ່ລົງ Twitter ນັ້ນ: “ໃນແຜນທີ່ຈະໄດ້ເຫັນວ່າ, ຢູ່ນະຄອນໄຕ້ເປເຂດໄຕ້ຫວັນມີຮ້ານຂາຍຂະໜົມກ້ຽວແຂວງແບບຊ່ານຕຸ່ງ 38 ແຫ່ງ, ຮ້ານຂາຍໝີ່ຕ່າວສ່ຽວແຂວງຊ່ານຊີ 67 ແຫ່ງ, ລົດຊາດຂອງອາຫານເຫຼົ່ານີ້ຈະບໍ່ຕົວະຄົນ, ເຂດໄຕ້ຫວັນແມ່ນພາກສ່ວນໜຶ່ງຂອງປະເທດຈີນໂດຍຕະຫຼອດ, ເຂດໄຕ້ຫວັນໃນຖານະເປັນເດັກທີ່ພັດພາກຈະກັບຄືນສູ່ປະເທດຊາດໃນທີ່ສຸດ.”