ອົງການ ສປຊ ຈັດກອງປະຊຸມອະພິປາຍກ່ຽວກັບການສ້າງຄວາມສາມາດຂອງອາຟຣິກາ

2022-08-10 11:18:25 cri


ວັນທີ 9 ສິງຫານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມກ່ຽວກັບສະພາບການຂອງກອງປະຊຸມອະພິປາຍກ່ຽວກັບການສ້າງຄວາມສາມາດຂອງອາຟຣິກາໃນກອງປະຊຸມຖະແຫຼງຂ່າວ ໂດຍທ່ານໄດ້ຮຽກຮ້ອງໃຫ້ປະຊາຄົມໂລກຄວນໃຫ້ການສະໜັບສະໜູນທີ່ສຸມໃສ່ 4 ດ້ານ ຄື: ການເພີ່ມທະວີຄວາມສາມາດດ້ານການປົກຄອງບໍລິຫານຂອງລັດຖະບານ, ຍົກສູງຄວາມສາມາດດ້ານການປະຕິບັດໜ້າທີ່ຂອງອົງການຮັກສາຄວາມໝັ້ນຄົງ, ຍົກສູງຄວາມສາມາດດ້ານການພັດທະນາແບບຍືນຍົງ ແລະບຳລຸງສ້າງຖັນແຖວບຸກຄະລາກອນ.

ວັນທີ 8 ສິງຫານີ້, ຈີນທີ່ເປັນປະເທດປະທານໝູນວຽນປະຈຳເດືອນສິງຫາຂອງສະພາຄວາມໝັ້ນຄົງອົງການ ສປຊ ໄດ້ເປັນປະທານຈັດກອງປະຊຸມອະພິປາຍເປີດກວ້າງທີ່ມີຫົວຂໍ້ວ່າ: “ສັນຕິພາບແລະຄວາມໝັ້ນຄົງຂອງອາຟຣິກາ: ເພີ່ມທະວີການສ້າງສາຄວາມສາມາດເພື່ອບັນລຸສັນຕິພາບຢ່າງຖາວອນ”. ທ່ານວ່າງເວີນປິ່ນກ່າວວ່າ: ການສະໜັບສະໜູນການສ້າງຄວາມສາມາດຂອງອາຟຣິກາເພື່ອບັນລຸສັນຕິພາບຢ່າງຖາວອນ ແມ່ນທິດທາງບຸລິມະສິດແລະຈຸດສຳຄັນທີ່ໃຫ້ຄວາມເອົາໃຈໃສ່ຂອງຈີນໃນໄລຍະດຳລົງຕຳແໜ່ງເປັນປະທານປະຈຳເດືອນ.

“ຝ່າຍຕ່າງໆທີ່ເຂົ້າຮ່ວມກອງປະຊຸມໄດ້ຍ້ອງຍໍຊົມເຊີຍໃນລະດັບສູງຕໍ່ຂໍ້ລິເລີ່ມຈັດກອງປະຊຸມແລະຄວາມເຫັນທີ່ກ່າວຢູ່ໃນກອງປະຊຸມຂອງຈີນ, ໄດ້ຕີລາຄາຢ່າງຕັ້ງໜ້າຕໍ່ຈີນທີ່ໄດ້ປະກອບສ່ວນເຂົ້າໃນການສະໜັບສະໜູນສັນຕິພາບແລະການພັດທະນາຢູ່ອາຟຣິກາ ແລະເຫັນວ່າ: ກອງປະຊຸມຄັ້ງນີ້ມີຜົນດີຕໍ່ການຊຸກຍູ້ໃຫ້ປະຊາຄົມໂລກຕັ້ງໜ້າຕອບສະໜອງຄວາມເປັນຫ່ວງຂອງອາຟຣິກາ, ໄດ້ສະແດງໃຫ້ເຫັນເຖິງການສະໜັບສະໜູນຢ່າງແຂງແຮງຂອງຈີນຕໍ່ອາຟຣິກາຢ່າງເຕັມສ່ວນ.”