ຈີນຮຽກຮ້ອງໃຫ້ຊ່ວຍເຫຼືອປະເທດພວມພັດທະນາຍົກສູງຄວາມສາມາດໃນການຕ້ານການກໍ່ການຮ້າຍ

2022-08-10 11:21:25 cri

ວັນທີ 9 ສິງຫານີ້, ທ່ານຈ່າງຈຸ່ນ ຜູ້ຕາງໜ້າຖາວອນຂອງຈີນປະຈຳອົງການ ສປຊ ໄດ້ປະກອບຄຳເຫັນໃນກອງປະຊຸມເປີດກວ້າງຂອງສະພາຄວາມໝັ້ນຄົງອົງການ ສປຊ ທີ່ມີຫົວຂໍ້ວ່າ: ການເຄື່ອນໄຫວກໍ່ການຮ້າຍເປັນໄພຂົ່ມຂູ່ຕໍ່ສັນຕິພາບແລະຄວາມໝັ້ນຄົງຂອງສາກົນ ໂດຍທ່ານໄດ້ບັນລະຍາຍຈຸດຢືນຂອງຈີນກ່ຽວກັບການສະກັດກັ້ນແລະໂຈມຕີໄພຂົ່ມຂູ່ຈາກລັດທິກໍ່ການຮ້າຍໃນທົ່ວໂລກຢ່າງມີປະສິດທິຜົນ ພ້ອມທັງໄດ້ຮຽກຮ້ອງໃຫ້ຊ່ວຍເຫຼືອປະເທດພວມພັດທະນາ ໂດຍສະເພາະປະເທດອາຟຣິກາຍົກສູງຄວາມສາມາດໃນການຕ້ານການກໍ່ການຮ້າຍ.

ທ່ານຈ່າງຈຸ່ນກ່າວຕື່ມວ່າ: ອົງການຕ້ານການກໍ່ການຮ້າຍຂອງອົງການ ສປຊ ເຊັ່ນ: ຄະນະກຳມະການຕ້ານການກໍ່ການຮ້າຍສະພາຄວາມໝັ້ນຄົງເປັນຕົ້ນຄວນຫັນເອົາ ວຽກງານຈຸດສຸມແລະຊັບພະຍາກອນເຂົ້າໃສ່ການສ້າງຄວາມສາມາດໃນການຕ້ານການກໍ່ການຮ້າຍ ເພື່ອສະໜັບສະໜູນປະເທດພວມພັດທະນາຍົກສູງຄວາມສາມາດໃນດ້ານການສ້າງກົດໝາຍ, ຕຸລາການ ແລະປະຕິບັດກົດໝາຍ ເພື່ອຕ້ານການກໍ່ການຮ້າຍ, ຄວນໃຫ້ຄວາມສຳຄັນຕໍ່ການນຳໃຊ້ວິທີສັງລວມ ເຊັ່ນ: ການເມືອງ, ເສດຖະກິດ, ຕຸລາການແລະອື່ນໆ, ສຸມພະຍາຍາມເຂົ້າໃນການກຳຈັດຮາກເຫງົ້າຂອງລັດທິກໍ່ການຮ້າຍ ແລະສະກັດກັ້ນຄວາມສາມາດຂອງກຸ່ມກໍ່ການຮ້າຍໃນການກໍ່ການຫຼອນໂຈມຕີ ແລະຮັບສະໝັກສະມາຊິກໃໝ່, ຄວນປະຖິ້ມສອງມາດຕະຖານ, ສຳລັບເຫດການໂຈມຕີແບບກໍ່ການຮ້າຍທີ່ເກີດຂຶ້ນຢູ່ແຫ່ງຕ່າງໆ, ປະຊາຄົມໂລກຄວນໃຫ້ຄວາມສົນໃຈຢ່າງເທົ່າທຽມກັນ.