ຜູ້ໃຫ້ສຳພາດໃນທົ່ວໂລກກວມ 78,34%ເຫັນວ່າ:ເສດຖະກິດຈີນໄດ້ກາຍເປັນຫົວຈັກຂັບເຄື່ອນຂອງໂລກແລ້ວ

2022-08-10 16:55:04 cri


ອີງຕາມຜົນການສຳຫຼວດປະຊາມະຕິໃນທົ່ວໂລກທີ່ດຳເນີນຢູ່ 22ປະເທດ ຂອງ 5 ທະວີບໄດ້ສະແດງໃຫ້ເຫັນວ່າ,ປະຊາຊົນຢູ່ປະເທດຕ່າງໆສ່ວນຫຼາຍຍ້ອງຍໍຊົມເຊີຍໃນລະດັບສູງຕໍ່ຜົນສຳເລັດຂອງຈີນໃນການພັດທະນາເປັນເວລາ 10 ປີຜ່ານມານີ້,ຜູ້ໃຫ້ສຳພາດໃນທົ່ວໂລກກວມ  78,34%ເຫັນວ່າ:"ເສດຖະກິດຈີນໄດ້ກາຍເປັນຫົວຈັກຂັບເຄື່ອນເສດຖະກິດຂອງໂລກແລ້ວ",ໄດ້ເພີ່ມຄວາມໝັ້ນໃຈແລະພະລັງຊີວິດຊີວາເຂົ້າໃນເສດຖະກິດໂລກ.


ການສຳຫຼວດປະຊາມະຕິທົ່ວໂລກໂຄງການນີ້ມີຊື່ວ່າ "ປະເທດຈີນໃນ ຍຸກໃໝ່",ແມ່ນຄັງປັນຍາ  CGTN ຂອງວິທະຍຸໂທລະພາບສູນກາງຈີນຫຼື CMG ຮ່ວມກັບສະຖາບັນຄົ້ນຄວ້າການບໍລິຫານປະເທດກັບລະບົບນິເວດດ້ານຫາງສຽງຂອງມະຫາວິທະຍາໄລປະຊາຊົນຈີນເປັນຜູ້ຮ່ວມກັນລິເລີ່ມ.ເປົ້າໝາຍໃນການສຳຫຼວດແມ່ນປະຊາຊົນຂອງປະເທດທີ່ພັດທະນາແລ້ວເຊັ່ນອາເມຣິກາ ອັງກິດ ຝຣັ່ງ ຍີ່ປຸ່ນເປັນຕົ້ນ,ແລະລວມທັງຜູ້ໃຫ້ສຳພາດຂອງປະເທດທີ່ກຳລັງພັດທະນາເຊັ່ນບຣາຊິນ ອິນເດຍ ອາຟຣິກາໃຕ້ເປັນຕົ້ນ.ອີງຕາມຜົນການສຳຫຼວດສະແດງໃຫ້ເຫັນວ່າ,ອັດຕາສ່ວນຜູ້ໃຫ້ສຳພາດທີ່ຍ້ອງຍໍຊົມເຊີຍໃນລະດັບສູງຕໍ່ຜົນສຳເລັດດ້ານເສດຖະກິດຂອງຈີນນັ້ນ,ຢູ່ທະວີບອາຟຣິກາມີສູງເຖິງ 91,46%.ເອີຣົບຕາມຫຼັງ,ກວມອັດຕາສ່ວນ 81,60%.ທະວີບອາເມຣິກາເໜືອເປັນທີສາມ,ມີເຖິງ 78,09%.