ອາເມຣິກາມີບັນຫາສິດທິມະນຸດຢ່າງໜັກໜ່ວງ, ບໍ່ມີສິດຕຳໜິວິຈານປະເທດອື່ນ

2022-08-11 10:38:59 cri



   ໃນກອງປະຊຸມຖະແຫຼງຂ່າວໃນວັນທີ 10 ສິງຫານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມຂອງນັກຂ່າວໂດຍຊີ້ໃຫ້ເຫັນວ່າ: ອາເມຣິກາເອງມີບັນຫາສິດທິມະນຸດຢ່າງໜັກໜ່ວງເຊັ່ນ: ການບັງຄັບໃຊ້ ແຮງງານແລະອື່ນໆ, ສະນັ້ນ ຈິ່ງບໍ່ມີສິດແຕ່ປະການໃດໃນການເປັນ “ປະລະມາຈານດ້ານສິດທິມະນຸດ”ເພື່ອຕຳໜິວິຈານຢ່າງຂາດຄວາມຮັບຜິດຊອບຕໍ່ປະເທດອື່ນ.

     ທ່ານວ່າງເວີນປິ່ນ ກ່າວເນັ້ນໜັກວ່າ: ປະຊາຄົມໂລກມີຄວາມເປັນຫ່ວງ ຢ່າງໜັກໜ່ວງຕໍ່ສັງຄົມອາເມຣິກາທີ່ມີບັນຫາການບັງຄັບໃຊ້ແຮງງານ, ແຕ່ວ່າ ອາເມຣິກາຊ້ຳພັດບໍ່ເອົາຫົວຊານຳເລື່ອງນີ້, ກົງກັນຂ້າມຊ້ຳພັດໃສ່ຮ້າຍປ້າຍສີປະເທດອື່ນຕາມລຳພັງໃຈ, ປ່າວປະກາດຄຳຫຼອກລວງທີ່ວ່າ “ການບັງຄັບໃຊ້ແຮງງານ”. ຢູ່ຕໍ່ໜ້າຄວາມເປັນຈິງ, ສອງມາດຕະຖານແລະຄວາມຈອມປອມຂອງອາເມຣິກາ ໄດ້ຖືກເຜີຍແບຢ່າງເຖິງຖອງ, ຄຳຫຼອກລວງຕ່າງໆກ່ຽວກັບຊິ່ນຈ່ຽງ ທີ່ອາເມຣິກາປັ້ນແຕ່ງຂຶ້ນມາແລະເຜີຍແຜ່ນັ້ນບໍ່ມີຫຼັກຖານອ້າງອີງແຕ່ປະການໃດເລີຍ.

    “ສະພາບຄວາມເປັນຈິງທີ່ມີຫຼັກຖານອັນໜັກແໜ້ນໄດ້ພິສູດໃຫ້ເຫັນວ່າ ອາເມຣິກາເອງມີບັນຫາສິດທິມະນຸດຢ່າງໜັກໜ່ວງເຊັ່ນ ການບັງຄັບໃຊ້ແຮງງານ ແລະອື່ນໆ, ສະນັ້ນ, ອາເມຣິກາບໍ່ມີສິດແຕ່ປະການໃດເລີຍໃນການເປັນ ປະລະມາຈານດ້ານສິດທິມະນຸດເພື່ອຕຳໜິວິຈານຢ່າງຂາດຄວາມຮັບຜິດຊອບຕໍ່ປະເທດອື່ນ, ແລະການໃຊ້ມາດຕະການລົງໂທດຢ່າງຜິດກົດໝາຍພຽງ ແຕ່ຝ່າຍດຽວ. ຖ້າວ່າອາເມຣິກາເອົາໃຈໃສ່ບັນຫາສິດທິມະນຸດແທ້, ກໍຄວນກ້າປະເຊີນໜ້າແລະສຳຫຼວດຕົນເອງຄືນກ່ຽວກັບບັນຫາການບັງຄັບໃຊ້ແຮງງານທີ່ມີຢູ່ພາຍໃນປະເທດຕົນ, ຍຸດຕິການຖືຄັນຕາລະບັດສິດທິມະນຸດເພື່ອລ່ວງ ລະເມີດສິດທິມະນຸດ, ຖືກົດລະບຽບເປັນຂໍ້ອ້າງເພື່ອທຳລາຍກົດລະບຽບ, ຖືກົດໝາຍເປັນຂໍ້ອ້າງເພື່ອຢຽບຢ່ຳກົດໝາຍ.”