ເສດຖະກິດສິງກະໂປໃນໄຕມາດທີສອງຂອງປີ 2022 ເຕີບໂຕ 4,4%ຖ້າທຽບໃສ່ເວລາດຽວກັນຂອງປີ 2021

2022-08-11 17:05:24 cri


ວັນທີ 11 ສິງຫານີ້,ກະຊວງການຄ້າແລະອຸດສາຫະກຳສິງກະໂປໄດ້ປະກາດບົດລາຍງານຜົນການສຳຫຼວດເສດຖະກິດໃນໄຕມາດທີສອງຂອງປີ 2022.ອີງຕາມຕົວເລກຂໍ້ມູນສະແດງໃຫ້ເຫັນວ່າ:ເສດຖະກິດຂອງສິງກະໂປໃນໄຕມາດທີສອງຂອງປີ 2022 ເຕີບໂຕ 4,4%ຖ້າທຽບໃສ່ໄລຍະດຽວກັນຂອງປີ 2021,ຜ່ານການປັບປຸງທີ່ມີລັກສະນະລະດູການແລ້ວ,ໄດ້ຫຼຸດລົງ 0,2%ຖ້າທຽບໃສ່ໄຕມາດທີໜຶ່ງ.


ຕໍ່ກັບການຄາດຄະເນດ້ານເສດຖະກິດໃນປີ 2022,ກະຊວງການຄ້າແລະອຸດສາຫະກຳສິງກະໂປໄດ້ຊີ້ອອກວ່າ:ນັບແຕ່ເດືອນພຶດສະພາປີ 2022 ເປັນຕົ້ນມາ,ສະພາບແວດລ້ອມດ້ານເສດຖະກິດຂອງໂລກໄດ້ຮ້າຍແຮງຂຶ້ນຕື່ມອີກ.ຄວາມກົດດັນດ້ານໄພເງິນເຟີ້ທີ່ຮ້າຍແຮງກວ່າການຄາດຄະເນໄວ້ລ່ວງໜ້າແລະການຫົດຕົວດ້ານນະໂຍບາຍເງິນຕາທີ່ມີຄວາມຕັ້ງໜ້າກວ່າເກົ່າພ້ອມດ້ວຍສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ປາກົດມີການຟື້ນຕົວຄືໃໝ່,ສະນັ້ນ,ກະຊວງການຄ້າແລະອຸດສາຫະກຳສິງກະໂປຈິ່ງໄດ້ປັບຫຼຸດຕົວເລກການຄາດຄະເນອັດຕາການເຕີບໂຕດ້ານເສດຖະກິດຂອງສິງກະໂປປະຈຳປີ 2022 ຈາກ 3%ຫາ 5%ລົງເປັນ 3%ຫາ 4%.