ການເກີດຜົນສັກສິດຂອງກົດໝາຍວ່າດ້ວຍຊິບ ແລະວິທະຍາສາດຂອງອາເມຣິກາ ເປັນການປີ້ນປະຫວັດສາດກັບຫຼັງ

2022-08-11 15:47:59 cri

ວັນທີ 9 ສິງຫານີ້, ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາ ໄດ້ລົງນາມໃນກົດໝາຍວ່າດ້ວຍຊິບ ແລະວິທະຍາສາດປີ 2022 (CHIPS and Science Act of 2022) ເຊິ່ງນອກຈາກຈະປະຕິບັດມາດຕະການກະຕຸ້ນການພັດທະນາຂອງອຸດສາຫະກຳຜະລິດເຄິ່ງຕົວນຳຂອງອາເມຣິກາແລ້ວ, ຍັງມີຫຼາຍມາດຕາແມ່ນກ່ຽວກັບການຈຳກັດວິສາຫະກິດຊິບຂອງອາເມຣິກາດຳເນີນການເຄື່ອນໄຫວເສດຖະກິດການຄ້າ ແລະການລົງທຶນຢູ່ຈີນທີ່ເປັນປົກກະຕິອີກດ້ວຍ. ນັກວິເຄາະເຫັນວ່າ, ການເກີດຜົນສັກສິດຂອງກົດໝາຍວ່າດ້ວຍຊິບ ແລະວິທະຍາສາດຂອງອາເມຣິກາ ເປັນການປີ້ນປະຫວັດສາດກັບຫຼັງ.

ຕາມຖະແຫຼງການທີ່ເປີດເຜີຍໂດຍທຳນຽບຂາວຂອງອາເມຣິກາໃນມື້ດຽວກັນ, ກົດໝາຍວ່າດ້ວຍຊິບ ແລະວິທະຍາສາດປີ 2022 ຈະໃຊ້ງົບປະມານ 52,7 ຕື້ໂດລາສະຫະລັດ ເຂົ້າໃນການຄົ້ນຄວ້າ, ການຜະລິດ, ການພັດທະນາ ແລະແຮງງານກ່ຽວກັບອຸດສາຫະກຳເຄິ່ງຕົວນຳຢູ່ອາເມຣິກາ. ໃນນັ້ນ, ມີ 39 ຕື້ໂດລະສະຫະລັດຈະນຳໃຊ້ເຂົ້າໃນມາດຕະການກະຕຸ້ນການພັດທະນາຂອງອຸດສາຫະກຳຜະລິດເຄິ່ງຕົວນຳ, ມີ 2 ຕື້ໂດລາສະຫະລັດຈະໃຊ້ເຂົ້າໃນການຜະລິດຊິບແບບເກົ່າສຳລັບລົດ ແລະລະບົບປ້ອງກັນປະເທດ. ນອກນີ້, ສຳລັບວິສາຫະກິດທີ່ຕັ້ງໂຮງງານຜະລິດຊິບຢູ່ອາເມຣິກາ, ຈະໄດ້ຮັບນະໂຍບາຍຫຼຸດສ່ວຍສາອາກອນ 25%.

ສື່ມວນຊົນອາເມຣິກາຈຳນວນໜຶ່ງໄດ້ຖືກົດໝາຍສະບັບນີ້ເປັນ “ໜຶ່ງໃນກົດໝາຍຕ່າງໆທີ່ມີບົດບາດທີ່ສຳຄັນ ແລະເລິກເຊິ່ງທີ່ສຸດໃນປະຫວັດສາດຂອງອາເມຣິກາ” ພ້ອມທັງເອີ້ນວ່າເປັນ “ນິຕິບັນຍັດແບບມີການບຸກເບີກ”. ແຕ່ທີ່ຈິງແລ້ວ, ກົດໝາຍສະບັບນີ້ ບໍ່ໄດ້ມີບົດບາດຂະໜາດໃຫຍ່ຄືໃນຄວາມຄິດຂອງວົງການພາຍນອກ ແລະກໍບໍ່ມີອິດທິພົນທີ່ໃຫຍ່ສ່ຳການໂຄສະນາຂອງສື່ມວນຊົນ. ໂຮງງານຜະລິດຊິບແຫ່ງໜຶ່ງ ຢ່າງໜ້ອຍຕ້ອງລົງທຶນ 10 ຕື້ໂດລາສະຫະລັດຂຶ້ນໄປ ແລະຍັງຕ້ອງການລົງທຶນເປັນຫຼາຍປີຢ່າງຕໍ່ເນື່ອງ, ແຕ່ສ້າງຜົນກຳໄລຍາກ. ສະນັ້ນ, ການແບ່ງປັນງົບປະມານທີ່ກຳນົດໃນກົດໝາຍດັ່ງກ່າວ ຕ້ອງເປັນບັນຫາທີ່ຫຍຸ້ງຍາກຢ່າງແນ່ນອນ.

ແຕ່ກົດໝາຍສະບັບນີ້ ໄດ້ມີຂໍ້ກຳນົດຢ່າງຫຼວງຫຼາຍ ກ່ຽວກັບລັດຖະບານໃຊ້ມາດຕະການດ້ານບໍລິຫານ ເພື່ອແຊກແຊງຕະຫຼາດໂລກ, ການຕັ້ງກຳແພງການຄ້າ ແລະກຳແພງເຕັກໂນໂລຊີຢ່າງມີ “ລັກສະນະບຸກເບີກ” ໂດຍໄດ້ຫັນບັນຫາເສດຖະກິດ ແລະບັນຫາເຕັກນິກວິທະຍາສາດ ໃຫ້ກາຍເປັນບັນຫາການເມືອງ ແລະບັນຫາຄວາມໝັ້ນຄົງ. ອາເມຣິກາມີຈຸດປະສົງຫວັງຢາກຍຶດຄອງຖານະທີ່ມີທ່າແຮງໃນຕ່ອງໂສ້ອຸດສາຫະກຳເຄິ່ງຕົວນຳຂອງໂລກ ພ້ອມທັງລົບກວນ ແລະຍຸດຕິການພັດທະນາຂອງອຸດສາຫະກຳເຄິ່ງຕົວນຳຂອງຈີນ.

ໃນຫຼາຍປີມານີ້, ພາຍໃຕ້ການສະໜັບສະໜູນຈາກນະໂຍບາຍຂອງລັດຖະບານຈີນ ແລະການກະຕຸ້ນຂອງວິສາຫະກິດເອກະຊົນ, ອຸດສາຫະກຳເຄິ່ງຕົວນຳຂອງຈີນກຳລັງພັດທະນາຢ່າງເປັນລະບຽບ ແລະສອດຄ່ອງກັບກົດເກນການຕະຫຼາດ. ການບັງເກີດຜົນເປັນຈິງຂອງກົດໝາຍວ່າດ້ວຍຊິບ ແລະວິທະຍາສາດຂອງອາເມຣິກາ ອາດຈະສ້າງຜົນກະທົບຕໍ່ອຸດສາຫະກຳເຄິ່ງຕົວນຳຂອງຈີນໃນໄລຍະສັ້ນ, ແຕ່ເມື່ອເບິ່ງຕາມໄລຍະຍາວແລ້ວ, ກົດໝາຍສະບັບນີ້ຈະກະຕຸ້ນຄວາມສາມາດດ້ານການປະດິດສ້າງໃໝ່ຂອງຈີນ.

ອຸດສາຫະກຳຊິບແມ່ນໂລກາພິວັດໃນລະດັບສູງ. ໃນຫຼາຍສິບປີຜ່ານມາ, ລະບົບແບ່ງ ງານແບບໂລກາພິວັດ ແລະຄວາມຕ້ອງການດ້ານການຕະຫຼາດທີ່ໃຫຍ່ຫຼວງ ເປັນເງື່ອນໄຂພື້ນຖານທີ່ເຮັດໃຫ້ເຕັກໂນໂລຊີຊິບສາມາດມີຄວາມຄືບໜ້າແບບກ້າວກະໂດດ. ແຕ່ປັດຈຸບັນ, ອາເມຣິກາພັດຫວັງຢາກເຮັດໃຫ້ປະເທດຈີນ ທີ່ເປັນຕະຫຼາດທີ່ໃຫຍ່ກວ່າໝູ່ໃນໂລກ ຫຼູດຈາກຕ່ອງໂສ້ອຸດສາຫະກຳຊິບ ເຊິ່ງບໍ່ພຽງແຕ່ເປັນການທຳລາຍຜົນປະໂຫຍດຂອງຈີນ ແລະອາເມຣິກາເອງເທົ່ານັ້ນ, ຍັງຈະສ້າງຜົນກະທົບທີ່ໃຫຍ່ຫຼວງໃຫ້ກັບທົ່ວໂລກອີກດ້ວຍ. ສະນັ້ນ ຈຶ່ງສາມາດເວົ້າໄດ້ວ່າ: ການເກີດຜົນສັກສິດຂອງກົດໝາຍວ່າດ້ວຍຊິບ ແລະວິທະຍາສາດຂອງອາເມຣິກາ ເປັນການປີ້ນປະຫວັດສາດກັບຫຼັງ.