ຈີນ-ສ ເກົາຫຼີທັງສອງຝ່າຍໄດ້ແກ້ໄຂບັນຫາ “THAAD”ຢ່າງເໝາະສົມທີ່ມີລັກສະນະຂັ້ນຕອນ

2022-08-11 17:25:07 cri


  ໃນກອງປະຊຸມຖະແຫຼງຂ່າວໃນວັນທີ 10 ສິງຫານີ້,ທ່ານວ່າງເວີນປິ່ນ ໂຄສົກ ກະຊວງການຕ່າງປະເທດຈີນໄດ້ກ່າວວ່າ: ອາເມຣິກາຕິດຕັ້ງລະບົບຕ້ານຂີປະນາວຸດຫຼື“THAAD”ຢູ່ສາທາລະນະລັດເກົາຫຼີໄດ້ທຳລາຍຜົນປະໂຫຍດຄວາມໝັ້ນຄົງທາງຍຸດທະສາດຂອງຈີນຢ່າງຈະແຈ້ງ,ຝ່າຍຈີນໄດ້ສະແດງຄວາມເປັນຫ່ວງຫຼາຍເທື່ອຕໍ່ສາທາລະນະລັດເກົາຫຼີ.ລັດຖະບານສາທາລະ ນະລັດເກົາຫຼີໄດ້ຖະແຫຼງ “3 ບໍ່ 1 ຈຳກັດ”ຕໍ່ພາຍ ນອກ,ຄື:ບໍ່ເພີ່ມການຕິດຕັ້ງລະບົບ “THAAD”,ບໍ່ເຂົ້າຮ່ວມລະບົບປ້ອງກັນລູກສອນໄຟນຳວິຖີທີ່ນຳໂດຍອາເມຣິກາ,ບໍ່ເຂົ້າຮ່ວມພັນທະມິດການທະຫານອາເມຣິກາ-ຍີ່ປຸ່ນ-ສາທາລະນະລັດເກົາຫຼີ,ຈຳກັດການນຳໃຊ້ລະບົບ“THAAD”,ຝ່າຍຈີນໃຫ້ຄວາມສຳຄັນຕໍ່ຫຼັກໝັ້ນດ່ັງກ່າວຂອງລັດຖະບານສາທາລະນະລັດເກົາຫຼີ.ບົນພື້ນຖານຄວາມເຂົ້າໃຈກັນຂອງສອງຝ່າຍ,ຈີນ-ສາທາລະນະລັດເກົາຫຼີທັງສອງຝ່າຍໄດ້ແກ້ໄຂບັນຫາ“THAAD”ຢ່າງເໝາະສົມທີ່ມີລັກສະນະຂັ້ນຕອນ.ໃນການພົບປະ ເຈລະຈາລະຫວ່າງລັດຖະມົນຕີການຕ່າງປະເທດຈີນ-ສາທາລະນະລັດເກົາຫຼີຄັ້ງນີ້,ສອງຝ່າຍໄດ້ລົງເລິກແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບບັນຫາ “THAAD”ຕື່ມອີກໂດຍໄດ້ຊີ້ແຈງຫຼັກໝັ້ນຂອງໃຜລາວ,ໄດ້ເພີ່ມຄວາມເຂົ້າໃຈເຊິ່ງກັນແລະກັນ.ສອງຝ່າຍເຫັນດີໃຫ້ຄວາມສຳຄັນຕໍ່ຄວາມເປັນຫ່ວງທີ່ສົມເຫດສົມຜົນຂອງຝ່າຍກົງກັນຂ້າມ,ສືບຕໍ່ແກ້ໄຂຢ່າງລະມັດລະວັງແລະຄຸ້ມຄອງບັນຫານີ້ໃຫ້ດີ,ບໍ່ເຮັດໃຫ້ມັນກາຍເປັນສິ່ງກີດຂວາງທີ່ກະທົບເຖິງການພັດທະນາຢ່າງປອດໃສແລະໜັກແໜ້ນຂອງສາຍພົວພັນລະຫວ່າງສອງປະເທດ.