ສິງກະໂປຈະຫ້າມບໍ່ໃຫ້ໂຄສະນານ້ຳຫວານ ເຊິ່ງລວມທັງຊານົມ ນ້ຳໝາກໄມ້ແລະອື່ນໆນັບຕັ້ງແຕ່ທ້າຍປີ 2023 ເປັນຕົ້ນໄປ

2022-08-12 10:02:14 CRI


ວັນທີ 11 ສິງຫານີ້, ໃນເວລາເຂົ້າຮ່ວມກິດຈະກຳທີ່ກ່ຽວຂ້ອງ ທ່ານອອງເຢຄຸງ ລັດຖະມົນຕີກະຊວງສາທາລະນະສຸກສິງກະໂປກ່າວປະກາດວ່າ, ເພື່ອສະກັດກັ້ນການຂະຫຍາຍຕົວຂອງພະຍາດເບົາຫວານ, ນັບຕັ້ງແຕ່ທ້າຍປີ 2023 ເປັນຕົ້ນໄປ, ສິງກະໂປຈະຫ້າມບໍ່ໃຫ້ໂຄສະນານ້ຳຫວານທີ່ມີສ່ວນປະສົມຂອງນ້ຳຕານສູງ ແລະ ມີໄຂມັນTrans fatsສູງ. ກະຊວງສາທາລະນະສຸກສິງກະໂປຈະປະກາດໃຊ້ມາດຕະການຢ່າງລະອຽດໃນປີໜ້າ.

 

ຢູ່ສິງກະໂປມີຫຼາຍກວ່າ 4 ແສນຄົນເປັນພະຍາດເບົາຫວານ, ເທົ່າກັບວ່າໃນຄົນສິງກະໂປ 9 ຄົນໃດແມ່ນມີຄົນໜຶ່ງເປັນພະຍາດເບົາຫວານ. ນອກນີ້, ໃນແຕ່ລະປີ ສະເລ່ຍແລ້ວມີຜູ້ເປັນພະຍາດເບົາຫວານປະມານ 1.200 ຄົນຕ້ອງໄດ້ຕັດແຂນຂາ. ເພື່ອສະກັດກັ້ນທ່ວງທ່າແຫ່ງການເປັນພະຍາດເບົາຫວານ, ໃນປີ 2016 ສິງກະໂປກໍໄດ້ປະກາດໃຊ້ມາດຕະການຫຼາຍຊະນິດເພື່ອຈຳກັດການບໍລິໂພກນ້ຳຕານຂອງປະຊາຊົນ.