ເສດຖະກິດອາເມຣິກາຍັງປະເຊີນໜ້າກັບຄວາມບໍ່ແນ່ນອນຫຼາຍຢ່າງ

2022-08-12 10:56:20 cri


ວັນທີ 10 ສິງຫານີ້, ກະຊວງແຮງງານອາເມຣິກາໄດ້ປະກາດຕົວເລກໄພເງິນເຟີ້ໃນເດືອນກໍລະກົດ 2022, ສື່ມວນຊົນແລະບຸກຄົນໃນວົງການວິຊາການອາເມຣິກາກ່າວວ່າ: ໄພເງິນເຟີ້ຂອງອາເມຣິກາຍັງຢູ່ໃນລະດັບສູງ, ເສດຖະກິດອາເມຣິກາໃນຕໍ່ໜ້າຍັງປະເຊີນໜ້າກັບຄວາມບໍ່ແນ່ນອນແລະສິ່ງທ້າທາຍຫຼາຍຢ່າງ.

ຜູ້ຊ່ຽວຊານກ່າວວ່າ: ເຖິງວ່າຄວາມກົດດັນດ້ານໄພເງິນເຟີ້ໃນເດືອນກໍລະກົດ 2022 ຂອງອາເມຣິກາໄດ້ຜ່ອນຄາຍລົງໜ້ອຍໜຶ່ງ ຍ້ອນໄດ້ຮັບຜົນສະທ້ອນຈາກການຫຼຸດຕ່ຳລົງຂອງລາຄາພະລັງງານ, ສ່ວນລາຄາອາຫານແລະຄ່າພັກເຊົ່າຍັງສູງຄືເກົ່າ. ເວົ້າສຳລັບປະຊາຊົນອາເມຣິກາແລ້ວ, ຄ່າໃຊ້ຈ່າຍຕ່າງໆ ເຊິ່ງລວມທັງອາຫານແລະຄ່າເຊົ່າເຮືອນທີ່ເພີ່ມສູງຂຶ້ນເລື້ອຍໆ ໄດ້ລົບລ້າງຜົນສະທ້ອນຍ້ອນການຫຼຸດຕ່ຳລົງຂອງລາຄານ້ຳມັນໃນລະດັບໃດໜຶ່ງ.