ບົດລາຍງານຂອງອົງການພະລັງງານສາກົນສະແດງໃຫ້ເຫັນວ່າລາຄາອາຍແກັສທຳມະຊາດເພີ່ມສູງຂຶ້ນພາໃຫ້ປະລິມານຄວາມຕ້ອງການນ້ຳມັນເຊື້ອໄຟໃນທົ່ວໂລກເພີ່ມຂຶ້ນ

2022-08-12 11:26:17 cri

ວັນທີ 11 ສິງຫານີ້, ອົງການພະລັງງານສາກົນໄດ້ເຜີຍແຜ່ບົດ ລາຍງານປະຈຳເດືອນສິງຫາ2022ຂອງຕະຫຼາດນ້ຳມັນເຊື້ອໄຟເຊິ່ງສະແດງໃຫ້ເຫັນວ່າ: ເນື່ອງຈາກໄດ້ຮັບຜົນກະທົບຈາກສະພາບອາກາດຮ້ອນແຮງແລະລາຄາອາຍແກັສທຳມະຊາດເພີ່ມສູງຂຶ້ນຢ່າງວ່ອງໄວ, ປະເທດຈຳນວນໜຶ່ງຈຳເປັນຕ້ອງປ່ຽນແປງຮູບການ ຜະລິດໄຟຟ້າ ໂດຍຫັນມາຜະລິດໄຟຟ້າດ້ວຍນ້ຳມັນເຊື້ອໄຟ. ຂະນະ ດຽວກັນ, ອຸດສາຫະກຳຕ່າງໆຢູ່ເອີຣົບເຊິ່ງລວມທັງການກັ່ນນ້ຳມັນກໍໄດ້ຫັນປ່ຽນການນຳໃຊ້ເຊື້ອໄຟເຂົ້າໃນການຜະລິດ, ດ້ວຍເຫດນີ້, ການເຕີບໂຕດ້ານຄວາມຕ້ອງ ການນ້ຳມັນເຊື້ອໄຟຂອງໂລກຈະຫຼາຍກວ່າທີ່ຄາດຄະເນໄວ້ກ່ອນໜ້ານີ້.

ອົງການພະລັງງານສາກົນຄາດຄະເນວ່າ ປີ2022, ຄວາມຕ້ອງການ ນ້ຳມັນເຊື້ອໄຟຂອງໂລກແມ່ນ 99,7 ລ້ານບາເຣວຕໍ່ມື້. ອົງການນີ້ຍັງຢືນຢັນ ຕ່ືມວ່າ,ເນື່ອງຈາກການສະໜອງນ້ຳມັນເຊື້ອໄຟໄດ້ເພີ່ມຂຶ້ນ ກໍຄືມີຄວາມກັງວົນ ເພີ່ມຂຶ້ນຕໍ່ເສດຖະກິດຈະຊຸດໂຊມລົງໃນຕໍ່ໜ້າ, ລາຄານ້ຳມັນສາກົນໄດ້ຫຼຸດລົງຈາກ ຈຸດສູງສຸດໃນເດືອນມິຖຸນາຜ່ານມາເປັນ 30 ໂດລາສະຫະລັດຕໍ່ບາເຣວ.