ການຮ່ວມມືຈີນ-ອາຊຽນເປັນແບບຢ່າງທີ່ປະສົບຜົນສຳເລັດຫຼາຍທີ່ສຸດແລະມີພະລັງຊີວິດຊີວາຫຼາຍທີ່ສຸດໃນການຮ່ວມມືຂອງພາກພື້ນອາຊີ-ປາຊິຟິກ

2022-08-12 16:10:25 cri


ວັນທີ 11 ສິງຫານີ້,ທ່ານຫວາງຢີ້ ທີ່ປຶກສາແຫ່ງລັດທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ກ່າວໃນເວລາໃຫ້ສຳພາດຕໍ່ສື່ມວນຊົນສູນ ກາງຈີນວ່າ:ໂດຍປະເຊີນໜ້າກັບສິ່ງທ້າທາຍຕ່າງໆເຊັ່ນສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເກີດຂຶ້ນຊ້ຳແລ້ວຊ້ຳອີກ ຄວາມກົດດັນທີ່ເສດຖະກິດຫຼຸດລົງໄດ້ເພີ່ມຂຶ້ນ, ແນວຄິດສົງຄາມເຢັນແລະການເປັນປໍລະປັກກັນລະຫວ່າງຝ່າຍໄດ້ຟື້ນຄືນແລະອື່ນໆ,ລັດຖະມົນຕີການຕ່າງປະເທດຈີນແລະອາຊຽນໄດ້ເຕົ້າໂຮມກັນຢູ່ພະນົມເປັນຂອງກຳປູເຈຍ,ໄດ້ສົ່ງສຽງທີ່ຮ່ວມກັນສະແຫວງຫາສັນຕິພາບ ຮ່ວມກັນສະແຫວງຫາການພັດທະນາແລະຮ່ວມກັນສົ່ງເສີມຄວາມໝັ້ນຄົງ,ໄດ້ສະແດງໃຫ້ເຫັນເຖິງຄວາມຕັດສິນໃຈທີ່ເດັດດ່ຽວແຫ່ງການປົກປັກຮັກສາຄວາມຍຸຕິທຳແລະຄວາມເປັນທຳສາກົນ.


ບັນດາລັດຖະມົນຕີການຕ່າງປະເທດໄດ້ຕີລາຄາໃນລະດັບສູງທີ່ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຈີນ-ອາຊຽນໄດ້ເລີ່ມຕົ້ນຢ່າງແຂງແຮງແລະມີທ່ວງທ່າທີ່ເຂັ້ມແຂງ.ມູນຄ່າການຄ້າຈີນ-ອາຊຽນໃນ 6 ເດືອນຕົ້ນປີນີ້ມີຫຼາຍກວ່າ 450 ຕື້ໂດລາສະຫະລັດ,ເພີ່ມຂຶ້ນ11,5%ເມື່ອທຽບກັບໄລຍະດຽວກັນຂອງປີ 2021,ຈີນໄດ້ນຳເຂົ້າຜະລິດຕະພັນກະສິກຳມູນຄ່າຫຼາຍກວ່າ 21 ຕື້ໂດລາສະຫະລັດຈາກອາຊຽນ,ເສັ້ນທາງລົດໄຟຈີນ-ລາວມີປະສິດທິຜົນແບບແຜ່ຂະຫຍາຍກວ້າງອອກຢ່າງຈະແຈ້ງ,ການຮ່ວມມືຄົ້ນຄວ້າພັດທະນາແລະຜະລິດວັກຊິນລະຫວ່າງຈີນກັບປະເທດສະມາຊິກອາຊຽນໄດ້ມີຄວາມຄືບໜ້າຢ່າງໜັກແໜ້ນ.ຝ່າຍຕ່າງໆລ້ວນແຕ່ເຫັນວ່າ:ການຮ່ວມມືຈີນ-ອາຊຽນເປັນແບບຢ່າງທີ່ປະສົບຜົນສຳເລັດຫຼາຍທີ່ສຸດແລະມີພະລັງຊີວິດຊີວາຫຼາຍທີ່ສຸດໃນການຮ່ວມມືຂອງພາກພື້ນອາຊີ-ປາຊິຟິກ.


ໃນກອງປະຊຸມລັດຖະມົນຕີການຕ່າງປະເທດຂອງກອງປະຊຸມສຸດຍອດອາຊີຕາເວັນອອກແລະເວທີປຶກສາຫາລືພາກພື້ນອາຊຽນເຊິ່ງເປັນສອງກອງປະຊຸມທີ່ມີຂອບເຂດໃຫຍ່ກວ່າ,ຝ່າຍຈີນໄດ້ລິເລີ່ມໃຫ້ກອງປະຊຸມສຸດຍອດອາຊີຕາເວັນອອກອອກຖະແຫຼງການຜູ້ນຳກ່ຽວກັບການຮ່ວມມືດ້ານພະລັງງານ,ຄອງຄອຍໃຫ້ບັນດາຝ່າຍຮ່ວມກັນຮັບມືກັບສິ່ງທ້າທາຍດ້ານພະລັງງານ.ກອງປະຊຸມລັດຖະມົນຕີການຕ່າງປະເທດຂອງເວທີປຶກສາຫາລືພາກພື້ນອາຊຽນໄດ້ອອກຖະແຫຼງການກ່ຽວກັບການຢ້ຳຄືນການຮັກສາເຂດປອດອາວຸດນີວເຄລຍຢູ່ອາຊີຕາເວັນອອກສຽງໃຕ້ທີ່ຝ່າຍຈີນເປັນຜູ້ລິເລີ່ມ,ບັນຫາແກນກາງແມ່ນສະໜັບສະໜູນປະເທດໃນພາກພື້ນທຳຄວາມພະຍາຍາມຮ່ວມກັນເພື່ອປ້ອງກັນການແຜ່ຜາຍອາວຸດນີວເຄລຍ.