ມືຂອງນັກການເມືອງແລະອາວຸດສົງຄາມອາເມຣິກາໄດ້ເປື້ອນເລືອດຂອງປະຊາຊົນເຂດຕາເວັນອອກກາງຢ່າງເຕັມມື

2022-08-12 14:52:00 cri


ວັນທີ 11 ສິງຫານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ບົດລາຍງານການຄົ້ນຄ້ວາກ່ຽວກັບ “ໂທດກຳຂອງອາເມຣິກາທີ່ລ່ວງລະເມີດສິດທະມະນຸດຢ່າງຮ້າຍແຮງຢູ່ເຂດຕາເວັນອອກກາງ ແລະສະຖານທີ່ອື່ນໆ” ທີ່ສະພາຄົ້ນຄ້ວາສິດທິມະນຸດຈີນເຜີຍແຜ່ເມື່ອມໍ່ໆມານີ້ ໄດ້ເຜີຍແບ 3 ໂທດກຳຂອງອາເມຣິກາທີ່ລ່ວງລະເມີດສິດທິມະນຸດຢ່າງຮ້າຍແຮງຢູ່ເຂດຕາເວັນອອກກາງແລະເຂດອ້ອມຂ້າງ ຢ່າງເປັນລະບົບ.

ທ່ານວ່າງເວີນປິ່ນກ່າວຕື່ມວ່າ: 3 ໂທດກຳນີ້ລວມມີ: ໜຶ່ງ, ແມ່ນກໍ່ສົງຄາມຕາມລຳພັງໃຈ ໂດຍໄດ້ລະເມີດສິດຢູ່ລອດແລະສິດມີຊີວິດ. ສອງ, ແມ່ນບັງຄັບການດັດສ້າງແລະລົງໂທດແຕ່ຝ່າຍດຽວພ້ອມທັງລະເມີດສິດການພັດທະນາແລະສິດດ້ານສຸຂະພາບ. ອາເມຣິກາໄດ້ປຸກປັ່ນການປະຕິວັດສີຢູ່ຫຼາຍປະເທດ ເພື່ອປະຕິບັດການໂຄ່ນລົ້ມອຳນາດການປົກຄອງ, ປະຕິບັດການລົງໂທດດ້ານເສດຖະກິດຢ່າງຊະຊາຍ ເຊິ່ງໄດ້ເຮັດໃຫ້ເສດຖະກິດຂອງປະເທດທີ່ກ່ຽວຂ້ອງຊຸດໂຊມລົງ, ຊີວິດການເປັນຢູ່ຂອງປະຊາຊົນປະສົບຄວາມຫຍຸ້ງຍາກລຳບາກ. ສາມ, ແມ່ນກໍ່ “ການປະທະກັນດ້ານອະລິຍະທຳ” ເພື່ອແຊກແຊງຄວາມເສລີໃນການເຊື່ອຖືສາສະໜາ. ອາເມຣິກາໄດ້ສ້າງແລະໂຄສະນາຊວນເຊື່ອ “ຖ້ອຍຄຳການປະທະກັນດ້ານອະລິຍະທຳ” ແລະ “ອາການຢ້ານກົວອິດສລາມ”, ໄດ້ທໍລະມານນັກໂທດມຸສລິມຢ່າງໂຫດຮ້າຍ ແລະໃສ່ຮ້າຍປ້າຍສີພາບພົດຂອງອະລິຍະທຳລິດສລາມຢູ່ເຂດຕາເວັນອອກກາງ.

ທ່ານວ່າງເວີນປິ່ນກ່າວຕື່ມອີກວ່າ: “ມືຂອງນັກການເມືອງແລະອາວຸດສົງຄາມອາເມຣິກາໄດ້ເປື້ອນເລືອດຂອງປະຊາຊົນຕາເວັນອອກກາງຢ່າງເຕັມມື, ບໍ່ມີສິດອ້າງຕົວວ່າເປັນຜູ້ປົກປັກຮັກສາສິດທິມະນຸດແລະຜູ້ຕັດສິນສິດທິມະນຸດຢ່າງເຖິງຖອງ. ພວກຂ້າພະເຈົ້າຮຽກຮ້ອງໃຫ້ປະຊາຊົນຂອງປະເທດເຂດຕາເວັນອອກກາງລຸກຢືນຂຶ້ນມາ ເພື່ອປະຕິເສດມະຫາອຳນາດແລະການຂົ່ມເຫັງຂອງອາເມຣິກາ. ພວກຂ້າພະເຈົ້າຍັງຮຽກຮ້ອງໃຫ້ສະພາສິດທິມະນຸດ ແລະຫ້ອງການສະເພາະກິດວຽກງານສິດທິມະນຸດລະດັບສູງອົງການ ສປຊ ເພີ່ມທະວີການໃຫ້ຄວາມສົນໃຈຕໍ່ໂທດກຳຂອງອາເມຣິກາທີ່ລະເມີດສິດທິມະນຸດຢູ່ເຂດຕາເວັນອອກກາງແລະເຂດອື່ນໆ ແລະໃຊ້ການເຄື່ອນໄຫວທີ່ຈຳເປັນ.”