ຝົນຕົກແຮງຢູ່ ສ.ເກົາຫຼີ ເຮັດໃຫ້ເສຍຊີວິດໄປແລ້ວ 13 ຄົນເຊິ່ງລວມທັງພົນລະເມືອງຈີນ 2 ຄົນ

2022-08-13 15:22:39 cri

      ວັນທີ 12 ສິງຫານີ້, ອົງການຄວາມປອດໄພແລະແຜນການຮັບມືໄພພິບັດສູນກາງ ສ.ເກົາຫຼີ ໄດ້ແຈ້ງໃຫ້ຮູ້ວ່າ: ແຕ່ເວລາສູນໂມງຂອງວັນທີ 8 ສິງຫານີ້ຫາເວລາ 6 ໂມງຂອງວັນທີ 12 ສິງຫານີ້, ຝົນຕົກແຮງຢູ່ເຂດພາກກາງຂອງ ສ.ເກົາຫຼີ ໄດ້ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ 13 ຄົນ, ຜູ້ຫາຍສາບສູນ 6 ຄົນ, ອີກ 18 ຄົນໄດ້ຮັບບາດເຈັບ. ສະຖານທູດຈີນປະຈຳ ສ.ເກົາຫຼີ ໄດ້ຢັ້ງຢືນວ່າ: ຜູ້ປະສົບໄພລວມທັງພົນລະເມືອງຈີນສອງຄົນ. ໃນນັ້ນ, ພົນລະເມືອງຈີນຄົນໜຶ່ງໄດ້ເສຍຊີວິດຍ້ອນຫໍພັກຕູ້ຄອນເທັນເນີທີ່ຕົນພັກຢູ່ນຳຖືກດິນພູເຈື່ອນແລ້ວຖືກຝັງ, ອີກຄົນໜຶ່ງໄດ້ເສຍຊີວິດຍ້ອນຖືກໄຟຟ້າຊັອດໃນເວລາເຮັດວຽກຢູ່ກາງແຈ້ງທ່າມກາງຝົນຕົກແຮງ.