ຈີນປະກາດຈະລົງໂທດຕໍ່ທ່ານວາຍສິວເຄວີສິວເຕ ຮອງລັດຖະມົນຕີກະຊວງຄົມມະນາຄົມ ແລະ ການສື່ສານລີຕົວນີ

2022-08-13 15:11:55 CRI

 

    ທ່ານອັນເນ ວາຍສິວເຄວີສິວເຕ ຮອງລັດຖະມົນຕີກະຊວງຄົມມະນາຄົມ ແລະ ການສື່ສານລີຕົວນີໄປຢ້ຽມຢາມເຂດໄຕ້ຫວັນຂອງຈີນ, ໄດ້ຢຽບຢ່ຳຫຼັັກການປະເທດຈີນດຽວໄດ້ແຊກແຊງວຽກງານພາຍໃນຂອງຈີນຢ່າງຫນັກຫນ່ວງ ແລະ ທຳລາຍອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຈີນ. ໂດຍແນໃສ່ການກະທຳທີ່ທ້າທາຍເກາະຜິດອັນຮ້າຍແຮງຂອງທ່ານວາຍສິວເຄວີສິວເຕ, ຈີນຕົກລົງໃຊ້ມາດຕະການລົງໂທດຕໍ່ທ່ານວາຍສິວເຄວີສິວເຕ, ຢຸດການໄປມາຫາສູ່ກັນກັບກະຊວງຄົມມະນາຄົມ ແລະ ການສື່ສານລີຕົວນທຸກຮູບການເປັນການຊົ່ວຄາວ ແລະ ຢຸດການແລກປ່ຽນ ແລະການຮ່ວມມືກັບລີຕົວນີໃນຂົງເຂດການຂົນສົ່ງຜ່ານທາງຫຼວງສາກົນເປັນການຊົ່ວຄາວ.