ກອງທັບຈີນແລະໄທຈະຈັດການຊ້ອມຮົບຮ່ວມທາງອາກາດ “Eagle strike-2022” ໃນວັນທີ 14 ສິງຫານີ້

2022-08-13 15:21:05 cri

      ອີງຕາມຄວາມຮັບຮູ້ຢ່າງເປັນເອກະພາບກັນລະຫວ່າງກອງທັບອາກາດຈີນແລະໄທ, ສອງຝ່າຍຈະຈັດການຊ້ອມຮົບຮ່ວມທາງອາກາດທີ່ມີຊື່ວ່າ “Eagle strike-2022”, ຕົ້ນຕໍລວມທັງການຊ່ວຍເຫຼືອທາງອາກາດ,ການໂຈມຕີກະທັນຫັນຕໍ່ໜ້າດິນ,ການນຳໃຊ້ກຳລັງທະຫານຂະໜາດໃຫຍ່ແລະນ້ອຍແລະອື່ນໆ.

      ການຊ້ອມຮົບຮ່ວມຄັ້ງນີ້ມີຈຸດປະສົງເພື່ອເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈກັນແລະມິດຕະພາບລະຫວ່າງກອງທັບອາກາດຂອງສອງປະເທດ,ລົງເລິກການຮ່ວມມືທີ່ແທ້ຈິງ,ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຈີນ-ໄທໃຫ້ຂະຫຍາຍໄປໜ້າຢ່າງບໍ່ຢຸດຢັ້ງ.