ກະຊວງການຕ່າງປະເທດຈີນກ່າວຕອບໂຕ້ຄວາມເວົ້າກ່ຽວກັບໄຕ້ຫວັນຂອງນາງເປໂລຊີ:ການຢ້ຽມຢາມໄຕ້ຫວັນຂອງນາງເປໂລຊີເປັນການຢຽບຢ່ຳຕໍ່ປະຊາທິປະໄຕ

2022-08-13 15:04:56 CRI

 

    ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 12 ສິງຫານີ້, ມີນັກຂ່າວຖາມວ່າ: ຂ່າວແຈ້ງວ່າ, ຫວ່າງມໍ່ໆມານີ້, ທ່ານນາງ ແນນຊີ ເປໂລຊີປະທານສະພາຕ່ຳອາເມຣິກາແລະສະມາຊິກລັດຖະສະພາອາເມຣິກາທ່ານອື່ນໆທີ່ໄດ້ໄປຢ້ຽມຢາມອາຊີໄດ້ຈັດກອງປະຊຸມຖະແຫຼງຂ່າວ. ທ່ານນາງແນນຊີ ເປໂລຊີກ່າວວ່າ, ການຢ້ຽມຢາມເທື່ອນີ້ກ່ຽວພັນເຖິງປະຊາທິປະໄຕຂອງໄຕ້ຫວັນ,ສອດຄ່ອງກັບນະໂຍບາຍປະເທດຈີນດຽວຂອງລັດຖະບານອາເມຣິກາ ແລະ ບໍ່ສະແຫວງຫາປ່ຽນແປງສະພາບໃນປັດຈຸບັນຂອງຊ່ອງແຄບໄຕ້ຫວັນ.


     ຕໍ່ເລື່ອງນີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວຕອບໂຕ້ຄວາມເວົ້າກ່ຽວກັບໄຕ້ຫວັນຂອງນາງເປໂລຊີ ໂດຍຊີ້ອອກວ່າ: ທ່ານນາງເປໂລຊີຢ້ຽມຢາມໄຕ້ຫວັນບໍ່ກ່ຽວພັນເຖິງປະຊາທິປະໄຕ,ຫາກເປັນການຢຽບຢ່ຳຕໍ່ປະຊາທິປະໄຕ,ໄດ້ສະແດງໃຫ້ເຫັນວ່າ:ອາເມຣິກາຖືຜົນປະໂຫຍດຂອງຕົນຢູ່ເໜືອຄວາມຍຸຕິທຳສາກົນ.


    ທ່ານວ່າງເວີນປິ່ນຍັງກ່າວຕື່ມວ່າ, ຄວາມເວົ້າຂອງທ່ານນາງເປໂລຊີໄດ້ຢືນຢັນຕື່ມອີກວ່າ, ການຢ້ຽມຢາມເຂດໄຕ້ຫວັນຂອງຈີນເປັນການສະໜັບສະໜູນອິດທິກຳລັງ “ແບ່ງແຍກໄຕ້ຫວັນເປັນເອກະລາດ”. ທ່ານນາງເປໂລຊີເວົ້າວ່າໄຕ້ຫວັນເປັນ “ປະເທດ” ຢ່າງເປີດເຜີຍ, ເປັນການທ້າທາຍເກາະຜິດທາງການເມືອງຢ່າງຮຸນແຮງຕໍ່ຫຼັກການປະເທດຈີນດຽວ ແລະ ຂໍ້ກຳນົດຕ່າງໆໃນຖະແຫຼງການຮ່ວມ 3 ສະບັບລະຫວ່າງຈີນ ແລະ ອາເມຣິກາ. ເຈົ້າໜ້າທີ່ພັກມີນຈີ້ນຂອງໄຕ້ຫວັນດຳເນີນ “ການຕັດສາຍພົວພັນກັບຈີນ” ແລະ “ການຄ່ອຍໆໃຫ້ໄຕ້ຫວັນເປັນເອກະລາດ” ຢູ່ໃນເກາະໄຕ້ຫວັນ, ພ້ອມທັງພະຍາຍາມສຸດຂີດເພື່ອໂຄສະນາ “ສອງປະເທດຈີນ” ແລະ “ຈີນໜຶ່ງໄຕ້ຫວັນໜຶ່ງ” ໃນປະຊາຄົມໂລກ. ພາຍໃຕ້ສະພາບແບບນີ້, ທ່ານນາງເປໂລຊີໄປຢ້ຽມຢາມໄຕ້ຫວັນ ແລະ ປະກາດວ່າຕົນຕາງໜ້າອາເມຣິກາ,ມັນຈະແຈ້ງແລ້ວວ່າ,ການຢ້ຽມຢາມຄັ້ງນີ້ເປັນການຢ້ຽມຢາມທີ່ມີລັກສະນະຝ່າຍທາງການ ໂດຍມີຈຸດປະສົງເພື່ອຊຸກຍູ້ໃຫ້ສອງຝັ່ງຊ່ອງແຄບໄຕ້ຫວັນເປັນປໍລະປັກກັນ,ແຊກແຊງວຽກງານພາຍໃນຂອງປະເທດຈີນ, ມີລັກສະນະຊົ່ວຮ້າຍທີ່ສຸດ. ທ່ານນາງເປໂລຊີຖືອັນທີ່ວ່າປະໄຊທິປະໄຕເປັນສາກບັງໜ້າ ຊອກຫາຂໍ້ອ້າງໃຫ້ແກ່ການຢ້ຽມຢາມໄຕ້ຫວັນຂອງຕົນ, ທັງໝົດເຫຼົ່ານເປັນການເສຍແຮງລ້າໆ.