ກາຕາຈະຈັດການແຂ່ງຂັນເຕະບານໂລກແບບສີຂຽວ

2022-08-14 11:56:51 CRI

 

ການແຂ່ງຂັນເຕະບານໂລກກາຕາຈະຈັດຂຶ້ນໃນວັນທີ 20 ພະຈິກປີນີ້, ປັດຈຸບັນ, ວຽກງານກະກຽມໄດ້ເຂົ້າສູ່ໄລຍະສຸດທ້າຍແລ້ວ, ໃນດ້ານສິ່ງກໍ່ສ້າງສະໜາມກິລາ ແລະ ຄົມມະນາຄົມທີ່ປະກອບຊຸດ, ກາຕາໄດ້ນຳໃຊ້ເຕັກນິກອະນຸລັກສິ່ງແວດລ້ອມ ແລະ ອຸປະກອນປະຢັດພະລັງງານຈຳນວນຫຼວງຫຼາຍ, ຫວັງວ່າຈະຈັດການແຂ່ງຂັນເຕະບານໂລກແບບສີຂຽວຄັ້ງໜຶ່ງ.



    ກາຕາໃຫ້ຄວາມສຳຄັນທີ່ສຸດນຳບັນຫາກ່ຽວກັບການນຳໃຊ້ສະໜາມກິລາຫຼັງຈາກຈັດການແຂ່ງຂັນເຕະບານໂລກ. ໃນນັ້ນ, ສະໜາມກິລາ 974 ແມ່ນ “ສະໜາມກິລາແບບສີຂຽວ” ທີ່ມ້າງອອກໄດ້, ຍົກຍ້າຍໄດ້ແລະນຳໃຊ້ຄືນໃໝ່ໄດ້ແຫ່ງທຳອິດໃນປະຫວັດສາດຂອງການແຂ່ງຂັນເຕະບານໂລກ.



    ໃນດ້ານຄົມມະນາຄົມ, ກາຕາສົ່ງເສີມໃຫ້ປະຊາຊົນ ແລະ ແຟນບານທັງຫຼາຍຂີ່ຍານພາຫະນະສາທາລະນະໃນໄລຍະຈັດການແຂ່ງຂັນ ແລະ ໄດ້ຈັດໜ່ວຍລົດພະລັງງານໃໝ່ທີ່ປະກອບດ້ວຍລົດບັສພະລັງງານໄຟຟ້າ 700 ກວ່າຄັນ ເພື່ອຮັບສົ່ງຮັບແຟນບານອັນໄພສານ, ເຊິ່ງຈະກວມຈຳນວນ 1/4 ຂອງລົດຮັບໃຊ້ການແຂ່ງຂັນເຕະບານຄັ້ງນີ້.