ຈຳນວນຜູ້ເສຍຊີວິດຍ້ອນອັກຄີໄພທີ່ເກີດຂຶ້ນຢູ່ໄນຄັຼບແຂວງຊົນບຸຣີຂອງໄທໄດ້ເພີ່ມຂຶ້ນເປັນ 18 ຄົນ

2022-08-14 11:43:17 CRI


ສື່ມວນຊົນໄທລາຍງານວ່າ, ຜູ້ບາດເຈັບໜັກອີກຄົນໜຶ່ງຍ້ອນອັກຄີໄພທີ່ເກີດຂຶ້ນຢູ່ໄນຄຼັບແຂວງຊົນບຸຣີປະເທດໄທທີ່ພວມຮັບການປິ່ນປົວຢູ່ໂຮງໝໍໄດ້ເສຍຊີວິດໃນວັນທີ 12 ສິງຫານີ້.


     ມາຮອດປັດຈຸບັນ, ຈຳນວນຜູ້ເສຍຊີວິດຍ້ອນອັກຄີໄພເທື່ອນີ້ໄດ້ເພີ່ມຂຶ້ນເປັນ 18 ຄົນ, ໃນນັ້ນ, 13 ຄົນເສຍຊີວິດກັບທີ່, 5 ຄົນຖືກສົ່ງໄປຮອດໂຮງໝໍແລ້ວເສຍຊີວິດ, ນອກນີ້, 42 ຄົນບາດເຈັບ. ປັດຈຸບັນ, ຍັງມີຜູ້ບາດເຈັບໜັກ 20 ກວ່າຄົນພວມຮັບການປິ່ນປົວຢູ່ໃນໂຮງໝໍ, ໃນນັ້ນ, 14 ຄົນຕ້ອງເຄື່ອງຊ່ວຍຫາຍໃຈ.


     ເວລາ 1 ໂມງເຊົ້າວັນທີ 5 ສິງຫານີ້, ໄນຄຼັບແຫ່ງໜຶ່ງທີ່ຢູ່ແຂວງຊົນບຸຣີປະເທດໄທໄດ້ເກີດອັກຄີໄພຢ່າງກະທັນຫັນ.