ຊ່ຽວຊານອົງການສະຫະປະຊາຊາດກ່າວວ່າ, ອາເມຣິກາໄດ້ປະລາໄຊໃນເກືອບທຸກບັນຫາທີ່ພົວພັນເຖິງຄວາມເປັນທຳດ້ານເຊື້ອຊາດຜິວພັນ

2022-08-14 11:16:15 CRI


 


ວັນທີ 11 ຫາວັນທີ 12 ສິງຫານີ້, ຄະນະກຳມະການກຳຈັດການຈຳແນກເຊື້ອຊາດຜິວພັນຂອງອົງການສະຫະປະຊາຊາດໄດ້ຄົ້ນພິຈາລະນາສະພາບການທີ່ອາເມຣິກາປະຕິບັດ “ສົນທິສັນຍາວ່າດ້ວຍການກຳຈັດການຈຳແນກເຊື້ອຊາດຜິວພັນໃນທຸກຮູບແບບ”. ຕອນຄ່ຳວັນທີ 12 ສິງຫານີ້, ຊ່ຽວຊານສິດທິມະນຸດອາເມຣິກາຜູ້ໜຶ່ງໄດ້ສົ່ງອີເມວໃຫ້ນັກຂ່າວໂດຍຂຽນວ່າ: ຊ່ຽວຊານທັງຫຼາຍຂອງອົງການສະຫະປະຊາຊາດໄດ້ຊີ້ເຖິງບັນຫາຈຳແນກເຊື້ອຊາດຜິວພັນທີ່ຄົງຄ້າງຢ່າງເລິກເຊິ່ງຂອງອາເມຣິກາ, ຂະບວນການຄົ້ນຄວ້າພິຈາລະນາສະແດງໃຫ້ເຫັນວ່າ: ອາເມຣິກາໄດ້ປະລາໄຊໃນເກືອບທຸກບັນຫາທີ່ພົວພັນເຖິງຄວາມເປັນທຳດ້ານເຊື້ອຊາດຜິວພັນ.

 

ບົດລາຍງານຈຳນວນຫຼວງຫຼາຍທີ່ຝ່າຍຕ່າງໆສະເໜີໃຫ້ແກ່ ຄະນະກຳມະການຈຳກັດການຈຳແນກເຊື້ອຊາດຜິວພັນຂອງອົງການສະຫະປະຊາຊາດສະແດງໃຫ້ເຫັນວ່າ, ການກະທຳຜິດກົດໝາຍທີ່ຄຽດຊັງເຊື້ອສາຍສ່ວນໜ້ອຍຢູ່ອາເມຣິກາພວມເພີ່ມຂຶ້ນຢ່າງພົ້ນເດັ່ນ.