ບ່ອນຢູ່ອາໄສຂອງທ່ານໂດໂນ ທຣຳ ອະດີດປະທານາທິບໍດີອາເມຣິກາຖືກກວດຄົ້ນ ເຮັດໃຫ້ສັງຄົມອາເມຣິກາມີຄວາມແຕກແຍກຢ່າງຮຸນແຮງກວ່າເກົ່າ

2022-08-14 11:12:20 CRI


     ຫວ່າງບໍ່ດົນມານີ້, ມາ ຣາ ລາໂກຂອງທ່ານ ໂດໂນ ທຣຳ ເຊິ່ງເປັນບ່ອນຢູ່ອາໄສຂອງອະດີດປະທານາທິບໍດີອາເມຣິກາທີ່ຢູ່ລັດໂຟລຣີດາຖືກອົງການຂ່າວລັບສະຫະພັນ FBI ກວດຄົ້ນນັ້ນໄດ້ສ້າງຜົນກະທົບຕໍ່ທົ່ວປະເທດອາເມຣິກາ.

 

ບ່ອນຢູ່ອາໄສຂອງທ່ານໂດໂນ ທຣຳ ອະດີດປະທານາທິບໍດີອາເມຣິກາຖືກກວດຄົ້ນແບບກະທັນຫັນ, ພາໃຫ້ເກີດມີຄວາມແຕກແຍກຢ່າງຮຸນແຮງໃນສັງຄົມອາເມຣິກາ, ພັກປະຊາທິປະໄຕ ຫຼື ເດໂມແຄຣຕິກ ແລະ ພັກສາທາລະນະລັດ ຫຼື ຣີພັບລີກັນຂອງອາເມຣິກາໄດ້ຕຳໜິເຊິ່ງກັນແລະກັນ, ຜູ້ສະໜັບສະໜູນ ແລະ ຜູ້ຄັດຄ້ານທ່ານໂດໂນ ທຣຳໄດ້ຂັດແຍ້ງກັນຢ່າງດຸເດືອດ, ສື່ມວນຊົນອາເມຣິກາກໍໄດ້ແບ່ງອອກເປັນສອງຝ່າຍ. ບໍລິສັດສະຖິຕິວິເຄາະແລ້ວປາກົດເຫັນວ່າ, ໃນວັນທີ 8 ສິງຫາ 2022 ນີ້, ກໍຄືມື້ທີ່ ບ່ອນຢູ່ອາໄສຂອງທ່ານໂດໂນ ທຣຳ ຖືກກວດຄົ້ນ, ຈຳນວນຂອງບົດຄວາມທີ່ເວົ້າເຖິງຄຳວ່າ “ສົງຄາມກາງເມືອງ” ໃນສື່ສັງຄົມອອນລາຍໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ.

 

ການຂັດແຍ້ງກັນພາຍໃນປະເທດອາເມຣິກາຄັ້ງນີ້ກໍໄດ້ດຶງດູດຄວາມສົນໃຈຈາມກປະຊາຄົມໂລກ. ວາລະສານ ນັກເສດຖະສາດ (The Economist) ຂອງອັງກິດວິເຄາະວ່າ, ການຂັດແຍ້ງກັນລະຫວ່າງສອງພັກ ຂອງອາເມຣິກາໄດ້ກາຍເປັນ “ຂຸມມືດຂອງສູນການເມືອງອາເມຣິກາ”, ສັງຄົມມີຄວາມແຕກແຍກຢ່າງຮຸນແຮງຂຶ້ນ, ການປະທະກັນດ້ານການເມືອງໜັກໜ່ວງກວ່າເກົ່າ, ເຊິ່ງ“ອາດຈະກະທົບເຖິງພື້ນຖານຂອງອາເມຣິກາ”.