ຫົວໜ້າທີ່ປຶກສາຫ້ອງການປະທານາທິບໍດີອູແກຣນກ່າວວ່າ:ອູແກຣນບໍ່ມີຄວາມປາດຖະໜາຟື້ນຟູການເຈລະຈາກັບຣັດເຊຍ

2022-08-14 11:50:57 CRI


ວັນທີ 13 ສິງຫານີ້, ໃນເວລາໃຫ້ສຳພາດຕໍ່ນັກຂ່າວ, ທ່ານມີຮາອີໂລ ໂປໂດລີຢາກ ຫົວໜ້າທີ່ປຶກສາຫ້ອງການປະທານາທິບໍດີອູແກຣນກ່າວວ່າ, ອູແກຣນບໍ່ມີຄວາມປາດຖະໜາຟື້ນຟູການເຈລະຈາກັບມົສກູ, ເພາະສິ່ງນີ້ຈະໝາຍຄວາມວ່າຣັດເຊຍເອົາຊະນະໄດ້ແລ້ວ. ທ່ານກ່າວເນັ້ນວ່າ, ການສົນທະນາລະຫວ່າງອູແກຣນ ກັບ ຣັດເຊຍໃນປັດຈຸບັນພຽງແຕ່ຈັດຂຶ້ນແລກປ່ຽນຊະເລີຍເສິກ ແລະ ສົບຂອງຜູ້ເສຍຊີວິດເທົ່ານັ້ນ.


    ວັນທີ 8 ສິງຫານີ້, ທ່ານດີມີຕຣີ ເປັສໂກຟ ໂຄສົກປະທານາທິບໍດີຣັດເຊຍກ່າວວ່າ, ປັດຈຸບັນ, ຍັງບໍ່ມີເງື່ອນໄຂທີ່ໃຫ້ທ່ານປະທານາທິບໍດີປູຕິນ ແລະ ທ່ານປະທານາທິບໍດີເຊລຽນສະກີຈັດການພົບປະກັນ, ມີແຕ່ຄະນະຜູ້ແທນເຈລະຈາສອງປະເທດສຳເລັດວຽກງານທັງໝົດແລ້ວ ຈິ່ງອາດຈະຈັດໃຫ້ປະມຸກລັດສອງທ່ານພົບກັນໄດ້. ແຕ່ຈົນຮອດປັດຈຸບັນ, ເງື່ອນໄຂດັ່ງກ່າວຍັງບໍ່ພ້ອມເທື່ອ.