ເຜີຍແບທາດແທ້ຂອງ “ຄຳຫຼອກລວງຂອງນາງຊ້າຍອິ່ງເວີນ”: “ການລຶບລ້າງຄວາມເປັນຈີນ” ຂອງເຂດໄຕ້ຫວັນຈະສ້າງຜົນກະທົບຫຍັງຫຼາຍແດ່

2022-08-15 23:31:11 cri

ຕອນຄ່ຳວັນທີ 2 ສິງຫາ 2022, ນາງແນນຊີ ເປໂລຊີ ປະທານສະພາຕ່ຳອາເມຣິກາດື້ດຶງໄປຢ້ຽມຢາມເຂດໄຕ້ຫວັນ, ນາງຊ້າຍອິ່ງເວີນ ຜູ້ນຳເຂດໄຕ້ຫວັນໄດ້ມອບອັນທີ່ເອີ້ນວ່າ “ຫຼຽນພິເສດ” ໃຫ້ແກ່ນາງເປໂລຊີ ເພື່ອສະແດງຄວາມ “ຂອບໃຈ” ຕໍ່ເປໂລຊີທີ່ໄດ້ໃຫ້ “ການສະໜັບສະໜູນ” ເຂດໄຕ້ຫວັນມາເປັນເວລາຍາວນານ ເຊິ່ງເຮັດໃຫ້ເລື່ອງຕະຫຼົກດ້ານການເມືອງໃນຄັ້ງນີ້ມີບັນຍາກາດຂຶ້ນຮອດລະດັບສູງສຸດ. ທ່ານຫວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ຕຳໜິຕິຕຽນນາງຊ້າຍອິ່ງເວີນຢ່າງຮຸນແຮງວ່າເປັນລູກຫຼານອະກະຕັນຍູ. ນາງຊ້າຍອິ່ງເວີນ, ຜູ້ທີ່ປະຈົບປະແຈງອາເມຣິກາ, ຜູ້ສະແຫວງຫາການແບ່ງແຍກໄຕ້ຫວັນເພື່ອເປັນເອກະລາດ ແລະ ເປັນຜູ້ທໍລະຍົດເຂດໄຕ້ຫວັນ, ທາດແທ້ການເມືອງຂອງເຂົາແມ່ນຫຍັງ? ການກະທຳຂອງເຂົາໄດ້ເຮັດໃຫ້ເຂດໄຕ້ຫວັນຖະຫຼຳລົງເຫວເລິກປານໃດ? ຟິມສາລະຂະດີເລື່ອງ ເຜີຍແບທາດແທ້ຂອງ “ຄຳຫຼອກລວງຂອງນາງຊ້າຍອິ່ງເວີນ” ໄດ້ເຜີຍແບທາດແທ້ຂອງການກະທຳຊົ່ວຮ້າຍຂອງນາງຊ້າຍອິ່ງເວີນ ຈາກແງ່ມຸມ “ການລຶບລ້າງຄວາມເປັນຈີນ”, ທໍລະຍົດເຂດໄຕ້ຫວັນໂດຍອາໄສອາເມຣິກາ ແລະ ບໍ່ເອົາຫົວຊາຜົນປະໂຫຍດຂອງປະຊາຊົນເຂດໄຕ້ຫວັນ.