11 ແຂວງຂອງໄທປະສົບໄພນ້ຳຖ້ວມ ປະຊາຊົນຫຼາຍພັນກວ່າຄອບຄົວໄດ້ຮັບຜົນກະທົບ

2022-08-15 15:16:16 CRI

 

ຕາມຂ່າວCRI: ວັນທີ 14 ສິງຫານີ້, ກົມປ້ອງກັນແລະຫຼຸດຜ່ອນໄພພິບັດກະຊວງວຽກງານພາຍໃນຂອງໄທແຈ້ງໃຫ້ຮູ້ວ່າ: ຍ້ອນໄດ້ຮັບຜົນກະທົບຈາກພາຍຸ ມູລານ, ເຮັດໃຫ້ 11 ແຂວງຢູ່ທີ່ພາກເໜືອແລະພາກຕາເວັນອອກສຽງເໜືອຂອງໄທມີຝົນຕົກໜັກແລະປະສົບໄພນ້ຳຖ້ວມນັບແຕ່ວັນທີ 11 ສິງຫານີ້ເປັນຕົ້ນມາ, ລວມມີ 600 ກວ່າບ້ານ, ປະຊາຊົນ 5400 ກວ່າຄອບຄົວໄດ້ຮັບຜົນກະທົບ.

 

ຍ້ອນຝົນຕົກໜັກເຮັດໃຫ້ເກີດໄພນ້ຳຖ້ວມ, ເມືອງຈຳນວນໜຶ່ງຂອງໄທທີ່ຢູ່ລຽບຕາມຊາຍແດນລະຫວ່າງໄທ-ມຽນມາໄດ້ປະສົບໄພຢ່າງໜັກໜ່ວງ, ມີປະຊາຊົນ 2000 ກວ່າຄອບຄົວຖືກນ້ຳຖ້ວມ.ປັດຈຸບັນນີ້, ຢູ່ເຂດປະສົບໄພຈຳນວນໜຶ່ງລະດັບນ້ຳໄດ້ຫຼຸດລົງແລ້ວ, ແຕ່ໄພນ້ຳຖ້ວມຢູ່ແຂວງຊຽງຣາຍ, ແມ່ຮ່ອງສອນ, ຊຽງໃໝ່ແລະອື່ນໆລວມທັງໝົດ 6 ແຂວງຍັງປະສົບກັບມີໄພນ້ຳຖ້ວມໜັກສົມຄວນ.

 

ອີງຕາມການພະຍາກອນອາກາດຂອງພາກສ່ວນອຸຕຸນິຍົມຂອງໄທໃຫ້ຮູ້ວ່າ: ຫວ່າງມໍ່ໆນີ້ຢູ່ແຫ່ງຕ່າງໆຂອງໄທຍັງຈະມີຝົນຕົກແຮງພໍສົມຄວນ.