ສື່ມວນຊົນຊີຣີລາຍງານວ່າ: ກອງທັບອາເມຣິກາໄດ້ຂົນເອົານ້ຳມັນເຊື້ອໄຟທີ່ລັກຂຸດເຈາະຈຳນວນໜຶ່ງຢູ່ພາກຕາເວັນອອກສຽງເໜືອຂອງຊີຣີ

2022-08-15 14:04:12 CRI


     ຕາມຂ່າວສານຊີຣີລາຍງານໃນວັນທີ 13 ສິງຫານີ້ວ່າ: ມື້ດຽວກັນ, ກອງທັບອາເມຣິກາໄດ້ຂົນເອົານ້ຳມັນເຊື້ອໄຟທີ່ລັກຂຸດເຈາະຢູ່ພາກຕາເວັນອອກສຽງເໜືອຂອງຊີຣີຈຳນວນໜຶ່ງໄປສູ່ອີຣັກ.


     ຂ່າວສານຊີຣີໄດ້ນຳເອົາຄວາມເວົ້າຂອງຄົນທີ່ຮູ້ສະພາບຢູ່ທ້ອງຖິ່ນມາແຈ້ງໃຫ້ຮູ້ວ່າ: ວັນທີ 13 ສິງຫານີ້, ກອງທັບອາເມຣິກາໄດ້ສົ່ງຂະບວນລົດທີ່ປະກອບດ້ວຍລົດບັນທຸກນ້ຳມັນ 89 ຄັນໄປຂົນເອົານ້ຳມັນເຊື້ອໄຟທີ່ລັກຂຸດເຈາະຢູ່ຊີຣີໄປສູ່ຖານທັບອາເມຣິກາປະຈຳຢູ່ອີຣັກໂດຍຜ່ານຈຸດຜ່ານຊາຍແດນທີ່ຜິດກົດໝາຍ. ຕາມຂ່າວແຈ້ງໃຫ້ຮູ້ວ່າ: ວັນທີ 11 ສິງຫານີ້, ກອງທັບອາເມຣິກາຍັງໄດ້ນຳໃຊ້ລົດບັນທຸກນ້ຳມັນ 144 ຄັນຂົນເອົານ້ຳມັນເຊື້ອໄຟທີ່ລັກຂຸດເຈາະຢູ່ຊີຣີດ້ວຍວິທີຄ້າຍຄືກັນ.


     ປັດຈຸບັນນີ້, ຫຼາຍແຫ່ງຢູ່ພາກຕາເວັນອອກສຽງເໜືອຂອງຊີຣີແມ່ນຄວບຄຸມໂດຍກອງທັບປະຊາທິປະໄຕຊີຣີ, ກອງທັບດັ່ງກ່າວຕົ້ນຕໍແມ່ນນຳພາໂດຍກອງທັບປົກປ້ອງປະຊາຊົນເຊິ່ງເປັນກຳລັງປະກອບອາວຸດຊາວເຄີດຂອງຊີຣີ ແລະໄດ້ຮັບການສະໜັບສະໜູນຈາກສະຫະພັນສາກົນເພື່ອໂຈມຕີກຸ່ມຫົວຮຸນແຮງ IS ທີ່ນຳພາໂດຍອາເມຣິກາ. ໃນຊຸມປີຜ່ານມານີ້, ລັດຖະບານຊີຣີໄດ້ກ່າວຟ້ອງຫຼາຍເທື່ອແລ້ວວ່າ ກອງທັບອາເມຣິກາໄດ້ລັກຂຸດເຈາະແລະຂົນເອົານ້ຳມັນເຊື້ອໄຟຢູ່ພາກຕາເວັນອອກສຽງເໜືອຂອງຊີຣີ.