ເປືອງເງິນຢ່າງຫຼວງຫຼາຍເພື່ອສ້າງຄວາມສະໜິດສະໜົມກັບອາເມຣິກາ

2022-08-15 21:39:30 CRI

ພາຍຫຼັງສົງຄາມເຢັນສິ້ນສຸດລົງແລ້ວ, ອາເມຣິກາໄດ້ປະຕິບັດນະໂຍບາຍຄຸມເຄືອໃນບັນຫາໄຕ້ຫວັນ ເຊິ່ງໄດ້ເຮັດໃຫ້ພວກແບ່ງແຍກໄຕ້ຫວັນເພື່ອການເປັນເອກະລາດ ເກີດມີແນວຄິດວ່າ ເຈດຕະນາຊົ່ວຂອງຕົນອາດຈະບັນລຸເປົ້າໝາຍໄດ້ເມື່ອມີໂຊກເຂົ້າຂ້າງ. ປັດຈຸບັນ, ອາເມຣິກາໄດ້ຊອກເຫັນຄູ່ຮ່ວມມືຄົນໜຶ່ງຢູ່ໃນພັກປະຊາທິປະໄຕກ້າວໜ້າຂອງໄຕ້ຫວັນແລ້ວ ນັ້ນກໍຄືນາງຊ້າຍຢີ່ງເວີນ. ຫຼັງຈາກຖືກເລືອກຕັ້ງເປັນຜູ້ນໍາເຂດໄຕ້ຫວັນແລ້ວ, ນາງຊ້າຍຢີ່ງເວີນໄດ້ເຊັນສັນຍາຊື້ອາວຸດກັບລັດຖະບານອາເມຣິກາສອງສະໄໝຕິດຕໍ່ກັນ 25 ສະບັບ ໂດຍໃຊ້ງົບປະມານເກືອບ 20 ຕື້ໂດລາສະຫະລັດ. ໃນຂະນະທີ່ນາງຊ້າຍຢີ່ງເວີນເປືອງເງິນຢ່າງຫຼວງຫຼາຍເພື່ອສ້າງຄວາມສະໜິດສະໜົມກັບອາເມຣິກາ, ປະຊາຊົນໄຕ້ຫວັນພັດໄດ້ປະສົບຄວາມລໍາບາກນານາປະການ ເຊັ່ນ: ອັດຕາເງິນເຟີ້ຖີບຕົວສູງຂຶ້ນ, ບັນຫາວ່າງງານ, ການແຜ່ລະບາດຂອງພະຍາດໂຄວິດ-19 ແລະອື່ນໆ ເຊິ່ງເປັນບັນຫາທີ່ເກີດຂຶ້ນຍ້ອນພັກປະຊາທິປະໄຕກ້າວໜ້າໄຮ້ຄວາມສາມາດໃນການບໍລິຫານ. ສາມາດເວົ້າໄດ້ວ່າ: ນາງຊ້າຍຢີ່ງເວີນ ແລະພັກປະຊາທິປະໄຕກ້າວໜ້າຂອງໄຕ້ຫວັນ ໄດ້ສ້າງຜົນຮ້າຍຫຼາຍຢ່າງ ແຕ່ບໍ່ມີຜົນດີຈັກຢ່າງເລີຍຕໍ່ປະຊາຊົນໄຕ້ຫວັນ ກໍຄືສາຍພົວພັນສອງຝັ່ງຊ່ອງແຄບໄຕ້ຫວັນ.