ດັດແກ້ປະຫວັດສາດ ເພື່ອສ້າງວິກິດການດ້ານຖານະ

2022-08-15 21:26:28 CRI

ບັນຫາທີ່ປະຊາຊົນໄຕ້ຫວັນຮັບຮູ້ຖານະຂອງຕົນ ໄດ້ສ້າງຄວາມແຕກແຍກໃນສັງຄົມໄຕ້ຫວັນ, ພັກປະຊາທິປະໄຕກ້າວໜ້າມີຄວາມຮັບຜິດຊອບທີ່ຫຼີກລ່ຽງບໍ່ໄດ້. ພາຍຫຼັງນາງຊ້າຍຢິງເວີນ ກາຍເປັນຜູ້ນຳສູງສຸດຂອງເຂດໄຕ້ຫວັນແລ້ວ, ເຂົາໄດ້ເລັ່ງວິກິດການດັ່ງກ່າວ. ໂດຍຜ່ານຈາກການດັດແກ້ປະຫວັດສາດ, ນາງຊ້າຍຢິງເວີນໄດ້ພະຍາຍາມລຶບລ້າງຮ່ອງຮອຍວັດທະນະທຳຈີນອອກຈາກໄຕ້ຫວັນ. ໃຜຈະເປັນຄົນຊົດໄຊ້ໃນເລື່ອງນີ້? ທ່ານນາງເຫຼີຍຊ້ຽນອະດີດຜູ້ຕາງໜ້າປະຊາມະຕິພັກກົກມິນຕັ໋ງເຂດໄຕ້ຫວັນຈີນກ່າວວ່າ, ນາງຊ້າຍຢິງເວີນ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງເຂົາໄດ້ດັດແກ້ຕຳລາປະຫວັດສາດຂອງເຂດໄຕ້ຫວັນ, ຍ່ອມຈະສ້າງຜົນກະທົບທາງລົບທີ່ຮ້າຍແຮງຕໍ່ການຮັບຮູ້ຖານະຂອງຄົນຮຸ່ນໃໝ່ໄຕ້ຫວັນຢ່າງແນ່ນອນ.