ໂຈນຂາຍຊາດຂອງຈີນ ເປັນໝາເຝົ້າເຮືອນຂອງອາເມຣິກາ

2022-08-15 21:28:44 CRI

ຄົນຄືນາງຊ້າຍຢິງເວີນໄດ້ຮັບການສະໜັບສະໜູນຈາກອາເມຣິກາ ແມ່ນຍ້ອນວ່າໄດ້ປົກປ້ອງອັນທີ່ເອີ້ນວ່າຄ່ານິຍົມປະຊາທິປະໄຕ? ໄຕ້ຫວັນໄດ້ມອບເງິນໂດລາສະຫະລັດໃຫ້ອາເມຣິກາຢ່າງລັບ ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງຄວາມຈອມປອມໃນເລື່ອງດັ່ງກ່າວ. ທ່ານນາງຮົງຊິ້ວຈູ້ ອະດີດປະທານພັກກົກມິນຕັ໋ງໄຕ້ຫວັນໄດ້ເປີດເຜີຍວ່າ, ເພື່ອຊຸກຍູ້ໃຫ້ນາງແນນຊີ ເປໂລຊີ ປະທານສະພາຕ່ຳອາເມຣິກາກຢ້ຽມຢາມໄຕ້ຫວັນ, ພັກປະຊາທິປະໄຕກ້າວໜ້າໄດ້ສົ່ງ5 ໝື່ນໂດລາສະຫະລັດໃຫ້ແກ່ອາເມຣິກາໂດຍຜ່ານຈາກບໍລິສັດປະຊາສຳພັນ. ໃນຫຼາຍປີມານີ້, ເພື່ອໄດ້ຮັບການສະໜັບສະໜູນຈາກອາເມຣິກາກ່ຽວກັບໄຕ້ຫວັນເປັນເອກະລາດ”, ເຈົ້າໜ້າທີ່ໄຕ້ຫວັນໄດ້ສົມຮູ້ຮ່ວມຄິດກັບຄັງປັນຍາອາເມຣິກາ ແລະ ໄດ້ໃຫ້ເງິນອຸດໜູນແກ່ເຂົາເຈົ້າ. ເວັບໄຊທາງການຂອງ CSIS ທີ່ເປັນຄັງປັນຍາອາເມຣິກາໄດ້ສະແດງໃຫ້ເຫັນວ່າ, ເຈົ້າໜ້າທີ່ໄຕ້ຫວັນໄດ້ບໍລິຈາກເງິນ 2 ຫາ 5 ແສນໂດລາສະຫະລັດໃຫ້ແກ່ອົງການຕົນ ດ້ວຍຂໍ້ອ້າງການຄົ້ນຄວ້າພາກພື້ນ”. ອັນທີ່ເອີ້ນວ່າການຍຶດໝັ້ນປະຊາທິປະໄຕເປັນພຽງການຊື້ຂາຍກັນເທົ່ານັ້ນ. ສ່ວນນາງຊ້າຍຢິງເວີນ ແລະ ເຈົ້າໜ້າທີ່ໄຕ້ຫວັນໄດ້ສົມຮູ້ຮ່ວມຄິດກັບອິດທິກຳລັງພາຍນອກ ເພື່ອສະແຫວງຫາຜົນປະໂຫຍດສ່ວນຕົວ, ເຂົາຜູ້ນີ້ເປັນໂຈນຂາຍຊາດຂອງຈີນ ແລະເປັນໝາເຝົ້າເຮືອນຂອງອາເມຣິການັ້ນເອງ.