ທ່ານສູຊີລ້ຽງພົບປະກັບຮອງນາຍົກກຳປູເຈຍ

2022-08-16 15:37:52 CRI

 ຕາມຂ່າວCRI: ໃນຕອນເຊົ້າຂອງວັນທີ 15 ສິງຫານີ້, ທ່ານສູຊີລ້ຽງ, ຮອງປະທານຄະນະກຳມະການການທະຫານສູນກາງຈີນໄດ້ພົບປະກັບທ່ານຕີ ບັນ, ຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີປ້ອງກັນປະເທດກຳປູເຈຍທີ່ນະຄອນກວາງໂຈວຂອງຈີນ.

 

ທ່ານສູຊີລ້ຽງກ່າວວ່າ, ເມື່ອປະເຊີນໜ້າກັບສະຖານະການທີ່ປ່ຽນແປງຢ່າງໃຫຍ່ຫຼວງແບບບໍ່ເຄີຍມີມາກ່ອນໃນຮອບ 100 ປີຜ່ານມາ, ກອງທັບຈີນຈະເດັດດ່ຽວປະຕິບັດຕາມຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ, ຂໍ້ລິເລີ່ມການພັດທະນາທົ່ວໂລກທີ່ສະເໜີໂດຍທ່ານສີຈິ້ນຜິງປະທານປະເທດຈີນ, ເພີ່ມທະວີການແລກປ່ຽນແລະປະສານງານກັນກັບຝ່າຍກຳປູເຈຍ, ລົງເລິກການຮ່ວມມືທີ່ຕິດແທດຕົວຈິງ, ປັບປຸງໃໝ່ດ້ານການຂະຫຍາຍການພົວພັນລະຫວ່າງສອງກອງທັບຢ່າງມີຄຸນນະພາບສູງໃນຍຸກໃໝ່. ຈີນເດັດດ່ຽວສະໜັບສະໜູນກຳປູເຈຍປົກປັກຮັກສາອະທິປະໄຕ, ເອກະລາດ, ການພັດທະນາແລະສະຖຽນລະພາບແຫ່ງຊາດ,ເດັດດ່ຽວສະໜັບສະໜູນກຳປູເຈຍເລືອກເສັ້ນທາງການພັດທະນາຢ່າງເປັນເຈົ້າຕົນເອງ, ເດັດດ່ຽວສະໜັບສະໜູນການສ້າງສາດ້ານການປ້ອງກັນປະເທດແລະການທະຫານ.

 

ທ່ານຕີ ບັນກ່າວວ່າ, ກຳປູເຈຍໄດ້ຍຶດໝັ້ນຫຼັກການປະເທດຈີນດຽວຢ່າງສະເໝີຕ້້ົນສະເໝີປາຍໂດຍບໍ່ມີການປ່ຽນແປງ, ຍິນດີລົງເລິກການຮ່ວມມືທີ່ຕິດແທດຕົວຈິງໃນແຕ່ລະຂົງເຂດກັບຝ່າຍຈີນ, ຍົກສູງລະດັບການພົວພັນລະຫວ່າງສອງປະເທດແລະສອງກອງທັບຢ່າງບໍ່ຢຸດຢ້ັງ.