ອາເມຣິກາສ້າງຄວາມວຸ້ນວາຍຢູ່ແຫ່ງຕ່າງໆໃນໂລກ ເພື່ອສະແຫວງຫາຜົນປະໂຫຍດໃຫ້ແກ່ຕົນເອງ

2022-08-16 17:17:14 CRI

ຫວ່າງມໍ່ໆມານີ້, ທ່ານອັນໂຕນີ ບລິນເກນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາກ່າວວ່າ, ສາເຫດທີ່ປ່ຽນແປງສະຖານະການຢູ່ຊ່ອງແຄບໄຕ້ຫວັນແມ່ນຢູ່ນະຄອນຫຼວງປັກກິ່ງ, ຫາກບໍ່ແມ່ນຢູ່ອາເມຣິກາ. ແຕ່ວ່າ, ສະພາບຄວາມເປັນຈິງເປັນຄືແນວນີ້ຫຼືບໍ່?

ຕົວເລກຂໍ້ມູນສະແດງໃຫ້ເຫັນວ່າ, ຕະຫຼອດ 43 ປີຜ່ານມາ, ອາເມຣິກາໄດ້ຂາຍອາວຸດໃຫ້ໄຕ້ຫວັນຫຼາຍກວ່າ 100 ເທື່ອ ໂດຍມີມູນຄ່າເຖິງ 70 ຕື້ໂດລາສະຫະລັດ, ເທົ່າກັບ 2099,3 ຕື້ໂດລາໄຕ້ຫວັນ. ຖ້າຄິດໄລ່ຕາມປະຊາກອນໄຕ້ຫວັນ 23,19 ລ້ານຄົນແລ້ວ, ປະຊາຊົນໄຕ້ຫວັນແຕ່ລະຄົນຕ້ອງຈ່າຍໂດລາໄຕ້ຫວັນ 90.563 ໂດລາໄຕ້ຫວັນ. ຖ້າໃຊ້ງົບປະມານເຫຼົ່ານີ້ເຂົ້າໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ຈະສາມາດເສີມຂະຫຍາຍບົດບາດແນວໃດ?

70 ຕື້ໂດລາສະຫະລັດ, ສາມາດຊື້ປີ້ລົດໄຟຄວາມໄວສູງຈາກທິດເໜືອໄຕ້ຫວັນໄປສູ່ທິດໃຕ້ຂອງໄຕ້ຫວັນໃຫ້ແກ່ປະຊາຊົນໄຕ້ຫວັນທຸກຖ້ວນໜ້າຄົນລະ 34 ໃບ, ຖ້າເດືອນໜຶ່ງໄປ-ກັບເທື່ອໜຶ່ງ, ປະຊາຊົນໄຕ້ຫວັນຈະບໍ່ຕ້ອງຊື້ປີ້ລົດໄຟໃນເວລາ 2 ປີເຄິ່ງ; 70 ຕື້ໂດລາສະຫະລັດ, ສາມາດຊ່ວຍນັກສຶກສາໄຕ້ຫວັນ 3,75 ລ້ານເທື່ອຄົນສຳເລັດການຮຽນມະຫາວິທະຍາໄລທີ່ເປັນເວລາ 4 ປີໂດຍບໍ່ຕ້ອງເສຍເງິນຈັກກີບ; 70 ຕື້ໂດລາສະຫະລັດ, ສາມາດຊື້ປະກັນສຸຂະພາບເປັນເວລາ 50 ປີໃຫ້ແກ່ປະຊາກອນໄຕ້ຫວັນ 1,4 ລ້ານຄອບຄົວ ທີ່ຄອບຄົວໜຶ່ງມີສະມາຊິກຄອບຄົວ 4 ຄົນ ເຫຼົ່ານີ້ເປັນຕົ້ນ.

ເດືອນກໍລະກົດປີ 1979, ທ່ານຈິມມີ ກາເຕີ ອະດີດປະທານາທິບໍດີອາເມຣິກາໄດ້ປະກາດຂາຍອາວຸດງວດທຳອິດໃຫ້ແກ່ໄຕ້ຫວັນ. ເດືອນສິງຫາປີ 2019, ທ່ານໂດໂນ ທຣຳ ອະດີດປະທານາທິບໍດີອາເມຣິກາໄດ້ອະນຸມັດໃຫ້ຂາຍເຮືອບິນສູ້ຮົບ F-16V ລວມ 66 ລຳໃຫ້ແກ່ໄຕ້ຫວັນໃນມູນຄ່າ 8 ຕື້ໂດລາສະຫະລັດ  ເຊິ່ງກໍແມ່ນງວດໜຶ່ງທີ່ມີມູນຄ່າສູງທີ່ສຸດໃນປະຫວັດສາດການຂາຍອາວຸດໃຫ້ໄຕ້ຫວັນຂອງອາເມຣິກາ. ເດືອນກໍລະກົດປີນີ້, ກະຊວງການຕ່າງປະເທດອາເມຣິກາໄດ້ອະນຸມັດໃຫ້ການຊ່ວຍເຫຼືອດ້ານເຕັກນິກທາງການທະຫານທີ່ມີມູນຄ່າເຖິງ 108 ລ້ານໂດລາຫະລັດໃຫ້ແກ່ໄຕ້ຫວັນອີກ.

70 ຕື້ໂດລາສະຫະລັດ, ທີ່ຈິງແລ້ວ, ສາມາດໃຊ້ເຂົ້າໃນການປັບປຸງພື້ນຖານໂຄງລ່າງຂອງໄຕ້ຫວັນໃຫ້ດີຂຶ້ນ ຫຼື ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໄຕ້ຫວັນໃຫ້ດີຂຶ້ນ, ແຕ່ອາເມຣິກາໄດ້ຂາຍອາວຸດທີ່ມີມູນຄ່າສູງເຖິງ 70 ຕື້ໂດລາສະຫະລັດໃຫ້ໄຕ້ຫວັນ, ພັດໄດ້ສ້າງຜົນກະທົບໃຫ້ແກ່ປະຊາຊົນໄຕ້ຫວັນ ແລະ ສ້າງຄວາມວຸ່ນວາຍຢູ່ຕາມເຂດຊ່ອງແຄບໄຕ້ຫວັນ!

ນອກນີ້, ຂ່າວສານຊີຣີລາຍງານວ່າ, ຫວ່າງມໍ່ໆມານີ້, ກອງທະຫານອາເມຣິກາໄດ້ສົ່ງລົດຂົນສົ່ງນ້ຳມັນ 89 ຄັນໄປລັກຂົນເອົານ້ຳມັນເຊື້ອໄຟທີ່ຂຸດຄົ້ນຢູ່ໃນດິນແດນຊີຣີໄປສູ່ຖານທັບອາເມຣິກາທີ່ຢູ່ພາຍໃນປະເທດອີຣັກ. ສິ່ງທີ່ໜ້າສົນໃຈນັ້ນກໍຄື, ນີ້ແມ່ນກອງທະຫານອາເມຣິກາໄປລັກຂຸດຄົ້ນນ້ຳມັນເຊື້ອໄຟຢູ່ໃນປະເທດຊີຣີເປັນຄັ້ງທີ 2 ໃນເດືອນນີ້ ແລະ ເດືອນແລ້ວນີ້ກໍໄດ້ຂຸດຄົ້ນຢ່າງໜ້ອຍ 3 ຄັ້ງແລ້ວ. ນອກຈາກນີ້ແລ້ວ, ກອງທະຫານປະສົມທີ່ນຳພາໂດຍອາເມຣິກາຍັງໄດ້ລັກຂົນເອົາເຂົ້າເບຼຂອງຊີຣີຕັ້ງຫຼາຍເທື່ອ. ປັດຈຸບັນ, ປະຊາຊົນຊີຣີມີ 90% ເປັນປະຊາກອນທຸກຍາກ ແລະ ມີປະຊາກອນເຄິ່ງໜຶ່ງບໍ່ມີການຮັບປະກັນດ້ານອາຫານ. ສິ່ງເຫຼົ່ານີ້ ລ້ວນແຕ່ແມ່ນຍ້ອນອາເມຣິກາໄດ້ສ້າງຄວາມວຸ່ນວາຍຢູ່ຊີຣີ.

ຫຼາຍເດືອນກ່ອນ, ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາໄດ້ເຊັນລັດຖະດຳລັດໂດຍຈະໃຊ້ເຄິ່ງໜຶ່ງຂອງຊັບສິນທະນາຄານກາງອັຟການິສຖານທີ່ມີມູນຄ່າ 7 ຕື້ໂດລາສະຫະລັດ ທີ່ຖືກອາເມຣິກາອາຍັດໄວ້ ມາຊົດເຊີຍຜູ້ຖືກເຄາະຮ້າຍໃນເຫດການ “11 ກັນຍາ”. ເວົ້າສຳລັບປະຊາຊົນອັຟການິສຖານທີ່ຕົກທຸກໄດ້ຍາກຍ້ອນອາເມຣິກາກໍ່ສົງຄາມຢູ່ໃນປະເທດອັຟການິສຖານແລ້ວ, ຊັບສິນງວດນີ້ເປັນເງິນທີ່ “ຕ້ອງການດ່ວນທີ່ສຸດ. ແຕ່ “ປະເທດທີ່ຮັ່ງມີທີ່ສຸດໃນໂລກ ພັດໄດ້ລັກເອົາເງິນຂອງປະເທດທີ່ທຸກຍາກທີ່ສຸດໃນໂລກ”, ສິ່ງເຫຼົ່ານີ້, ອາເມຣິກາໄດ້ເຮັດມາຫຼາຍເທື່ອແລ້ວ.

ຄວາມເປັນຈິງໄດ້ພິສູດໃຫ້ເຫັນວ່າ, ອາເມຣິກາສ້າງຄວາມວຸ່ນວາຍຢູ່ແຫ່ງຕ່າງໆໃນໂລກ, ທີ່ຈິງແລ້ວ, ແມ່ນເພື່ອສະແຫວງຫາຜົນປະໂຫຍດໃຫ້ແກ່ອາເມຣິກາເອງ. ແຕ່ປະຫວັດສາດແລະເລື່ອງຄວາມເປັນຈິງໄດ້ສະແດງໃຫ້ເຫັນມາຫຼາຍເທື່ອແລ້ວວ່າ, ນັກການເມືອງອາເມຣິກາຢືນຢູ່ນຳຜູ້ໃດ, ເຂົາເຈົ້າກໍຈະນຳເອົາຄວາມວຸ່ນວາຍ ແລະ ໄພພິບັດໄປສູ່ແຫ່ງນັ້ນ.