ຜູ້ຕິດເຊື້ອໄຂ້ເລືອດອອກຢູ່ຟີລິບປິນມີຫຼາຍກວ່າ 1 ແສນກໍລະນີໃນປີນີ້

2022-08-16 11:56:08 CRI


     ວັນທີ 15 ສິງຫານີ້, ກະຊວງສາທາລະນະສຸກຟີລິບປິນໄດ້ເປີດເຜີຍບົດລາຍງານສະແດງໃຫ້ເຫັນວ່າ: ນັບແຕ່ເດືອນມັງກອນຫາເດືອນກໍລະກົດປີນີ້, ຟີລິບປິນມີລາຍງານພົບຜູ້ຕິດເຊື້ອໄຂ້ເລືອດອອກລວມທັງໝົດຫຼາຍກວ່າ 1 ແສນກໍລະນີ, ໃນນັ້ນ, ມີຜູ້ເສຍຊີວິດ 368 ກໍລະນີ.



     ອີງຕາມບົດລາຍງານແຈ້ງໃຫ້ຮູ້ວ່າ: ນັບມາຮອດທ້າຍເດືອນກໍລະກົດປີນີ້, ຟີລິບປິນມີລາຍງານພົບຜູ້ຕິດເຊື້ອໄຂ້ເລືອດອອກລວມທັງໝົດ 102.619 ກໍລະນີ, ເພີ່ມຂຶ້ນ 131% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ, ເຂດລູຊອນກາງມີລາຍງານພົບກໍລະນີຕິດເຊື້ອໄຂ້ເລືອດອອກຫຼາຍກວ່າໝູ່ ເຊິ່ງມີຈຳນວນຫຼາຍກວ່າ 1,8 ໝື່ນກໍລະນີ; ນະຄອນຫຼວງມານີລາພົບກໍລະນີຕິດເຊື້ອປະມານ 9.000 ກໍລະນີ. ນັບແຕ່ວັນທີ 3 ຫາ 30 ກໍລະກົດແລ້ວນີ້, ພະຍາດໄຂ້ເລືອດອອກໄດ້ແຜ່ລະບາດເປັນວົງກວ້າງຢູ່ 9 ເຂດໃຫຍ່ໃນທົ່ວປະເທດຟີລິບປິນ.