ການອະນຸລັກຊ້າງອາຊີ, ຮຽກຮ້ອງໃຫ້ປະເທດໃນພາກພື້ນລວມທັງປະເທດຈີນແລະປະເທດລາວຕ້ອງຮ່ວມກັນເຂົ້າຮ່ວມ

2022-08-16 15:29:43 cri

ວັນທີ 12 ສິງຫາ 2022 ແມ່ນວັນຊ້າງໂລກຄັ້ງທີ 11. ຊ້າງອາຊີເຄີຍແຈກຢາຍຢູ່ເຂດອາຊີຢ່າງກວ້າງຂວາງ, ແຕ່ຍ້ອນສາເຫດຕ່າງໆເຊັ່ນ: ການຈັບຊ້າງຢ່າງຜິດກົດໝາຍ, ການທຳຮ້າຍໂດຍບັງເອີນແລະອັດຕາການຈະເລີນພັນຫຼຸດລົງຫຼັງຖືກຄົນຝຶກແບບລ້ຽງແລະສາເຫດອື່ນໆ, ຈຳນວນຊ້າງອາຊີໄດ້ຫຼຸດລົງໃນແຕ່ລະປີ. ມາຮອດປັດຈຸບັນ, ພຽງແຕ່ທີ່ຢູ່ອາໄສກໍຍັງມີຂອບເຂດຈຳກັດ, ຕົ້ນຕໍໄດ້ແຈກຢາຍຢູ່ພາກສ່ວນໃດໜຶ່ງຂອງແຂວງຢຸນນານປະເທດຈີນແລະບາງປະເທດໃນອາຊີຕາເວັນອອກສຽງໃຕ້ເຊັ່ນ: ປະເທດລາວ, ມຽນມາແລະອື່ນໆ. ອີງຕາມຜົນສະຖິຕິເມື່ອປີ 2019, ໃນໄລຍະ 60-75 ປີຜ່ານມາ, ຈຳນວນຊ້າງປ່າອາຊີໄດ້ຫຼຸດລົງປະມານເຄິ່ງໜຶ່ງ.

ຢູ່ປະເທດຈີນ, ຊ້າງອາຊີແມ່ນສັດປ່າຫວງຫ້າມລະດັບຊາດຂັ້ນໜຶ່ງ, ຢູ່ປະເທດລາວ, ຊ້າງອາຊີກໍແມ່ນສັດປ່າຫວງຫ້າມທີ່ສຳຄັນເຊັ່ນກັນ. ໃນຫຼາຍປີມານີ້, ພາຍໃຕ້ສະຖານະການທີ່ຍອດຈຳນວນຊ້າງອາຊີຂອງໂລກໄດ້ຫຼຸດລົງເລື້ອຍໆ, ຈຳນວນຊ້າງອາຊີຢູ່ປະເທດຈີນພັດໄດ້ເພີ່ມຂຶ້ນ, ໂດຍຈາກ 146 ໂຕເມື່ອປີ 1976 ໄດ້ເພີ່ມຂຶ້ນເປັນປະມານ 360 ໂຕໃນປັດຈຸບັນ. ການໄດ້ຮັບຜົນດັ່ງກ່າວ, ນອກຈາກຈີນໄດ້ປະຕິບັດມາດຕະການປົກປ້ອງທີ່ມີປະສິດທິຜົນແລ້ວ, ຍັງໄດ້ຮັບຜົນມາຈາກປະເທດລາວແລະປະເທດອື່ນໆເຂົ້າຮ່ວມການອະນຸລັກຮ່ວມກັນ.

ໃນຫຼາຍປີມານີ້, ປະເທດຈີນແລະປະເທດລາວໄດ້ເອົາໃຈໃສ່ຕໍ່ການປົກປັກຮັກສາຊ້າງອາຊີແລະທີ່ຢູ່ອາໄສຂອງມັນໂດຍຕະຫຼອດ. ເລີ່ມແຕ່ປີ 2006, ເຂດສະຫງວນທຳມະຊາດສິບສອງພັ່ນນາເຊິ່ງເປັນເຂດສະຫງວນທຳມະຊາດຂອງຈີນລະດັບຊາດໄດ້ຮ່ວມມືກັບພາກສ່ວນກະສິກຳແລະປ່າໄມ້ຂອງ 3 ແຂວງພາກເໜືອຂອງປະເທດລາວ, ດຳເນີນການຕິດຕາມແລະການປົກປ້ອງຂ້າມຊາດ, ແລະໄດ້ສ້າງຕັ້ງເຂດອະນຸລັກຊີວະນາໆພັນປະສົມຂ້າມຊາດຈີນ-ລາວ. ປີ 2012, ຈີນແລະລາວໄດ້ເຊັນສັນຍາເຂດອະນຸລັກປະສົມ, ເຂດອະນຸລັກຊີວະນາໆພັນຂ້າມຊາດໄດ້ເຊື່ອມຕໍ່ກັນທັງໝົດ. ໃນຊຸມປີຜ່ານມາ, ສອງປະເທດຈີນແລະລາວເຮັດວຽກຮ່ວມກັນ, ນຳໃຊ້ກ້ອງຖ່າຍຮູບອິນຟາເຣດຕິດຕາມການເຄື່ອນໄຫວຂ້າມຊາດຂອງຊ້າງອາຊີແລະສັດປ່າອື່ນໆທີ່ຫາຍາກ. ພ້ອມກັນນັ້ນ, ຈີນໄດ້ແບ່ງປັນບົດຮຽນໃນດ້ານການອະນຸລັກຊ້າງອາຊີແລະສັດປ່າອື່ນໆກັບປະເທດລາວແລະປະເທດອື່ນໆ, ໃຫ້ການສະໜັບສະໜູນຢ່າງແທ້ຈິງແກ່ບຸກຄະລາກອນຂອງປະເທດລາວແລະປະເທດອື່ນໆໃຫ້ມາຍົກລະດັບຢູ່ປະເທດຈີນ.

ໃນຫຼາຍປີມານີ້, ການອະນຸລັກຊ້າງອາຊີຮ່ວມກັນລະຫ່າງຈີນກັບລາວໄດ້ກາຍເປັນການຮ່ວມມືລະດັບຊາດລະຫວ່າງສອງປະເທດ, ໄດ້ສ້າງຮົ້ວປ້ອງກັນຄວາມປອດໄພດ້ານສິ່ງແວດລ້ອມທຳມະຊາດເພື່ອອະນຸລັກຊ້າງອາຊີແລະຊີວະນາໆພັນຢູ່ເຂດຊາຍແດນ. ຕົວຢ່າງວ່າ, ການປະຕິບັດໂຄງການ “ຈຸດທົດລອງບ້ານແບບຢ່າງຊີວະພາບຂອງບ້ານຊົນເຜົ່າສ່ວນໜ້ອຍທຸກຍາກຢູ່ເຂດອະນຸລັກຊ້າງອາຊີຂ້າມຊາດຂອງປະເທດລາວ” ຢ່າງສະດວກ, ໃນເວລາທີ່ປັບປຸງເງື່ອນໄຂການດຳລົງຊີວິດຂອງຊາວບ້ານດັ່ງກ່າວໃຫ້ດີຂຶ້ນ, ກໍໄດ້ປົກປ້ອງຊັບພະຍາກອນປ່າໄມ້ແລະທີ່ຢູ່ອາໄສຂອງຊ້າງອາຊີຢູ່ເຂດຊາຍແດນລະຫວ່າງຈີນ-ລາວ, ໄດ້ຊຸກຍູ້ວຽກງານອະນຸລັກຊີວະນາໆພັນຂ້າມຊາດລະຫວ່າງຈີນກັບລາວຕື່ມອີກ.

ສິ່ງທີ່ໜ້າເວົ້າເຖິງນັ້ນກໍຄື: ໃນຂະບວນການກໍ່ສ້າງທາງລົດໄຟລາວ-ຈີນ, ກໍໄດ້ພິຈາລະນາເຖິງປັດໄຈຊ້າງອາຊີຢ່າງສົມບູນ. ໃນເວລາສ້າງສະຖານີລົດໄຟຮ່ອມພູຊ້າງປ່າຂອງທາງລົດໄຟລາວ-ຈີນກໍໄດ້ຫຼີກເວັ້ນເຂດການເຄື່ອນໄຫວຕົ້ນຕໍຂອງຊ້າງອາຊີ, ນອກນັ້ນຍັງໄດ້ສ້າງຊ່ອງທາງແລະຂົວສະເພາະໃຫ້ແກ່ຊ້າງປ່າອາຊີອີກ.

ຊີວະນາໆພັນແມ່ນພື້ນຖານການດຳລົງຄົງຕົວແລະການພັດທະນາຂອງມະນຸດ, ແມ່ນສາຍເລືອດແລະກົກເຄົ້າຂອງປະຊາຄົມຮ່ວມຊາຕາກຳຊີວິດຂອງໂລກ. ປະເທດຈີນ, ປະເທດລາວແລະປະເທດຕ່າງໆໃນໂລກຄວນຕັ້ງໜ້າເຂົ້າຮ່ວມໃນການຮ່ວມກັນປົກປັກຮັກສາຊ້າງອາຊີແລະສັດຫາຍາກຕ່າງໆ, ຮ່ວມກັນສ້າງບ້ານສວຍງາມທີ່ທຸກສິ່ງຢູ່ນຳກັນຢ່າງກົມກຽວ.