ລັດຖະມົນຕີການຕ່າງປະເທດອີຣານກ່າວວ່າ: ຖ້າຢາກໃຫ້ອີຣານຟື້ນຟູການປະຕິບັດຕາມສັນຍານິວເຄຼຍອີຣານ, ຕ້ອງການໃຫ້ອາເມຣິກາ“ມີຄວາມຄ່ອງແຄ້ວ”

2022-08-16 15:21:21 cri

ວັນທີ 15 ສິງຫານີ້, ທ່ານ ອັບໂດລາຮຽນ, ລັດຖະມົນຕີກະຊວງການຕ່າງປະເທດອີຣານກ່າວວ່າ, ອີຣານຈະຍື່ນຄວາມເຫັນສຸດທ້າຍກ່ຽວກັບການຟື້ນຟູປະຕິບັດຕາມສັນຍານິວເຄຼຍອີຣານຢ່າງຮອບດ້ານ ໃນມື້ດຽວກັນ, ຖ້າອາເມຣິກາ“ມີຄວາມຄ່ອງແຄ້ວ”, ກໍ່ສາມາດບັນລຸຄວາມຮັບຮູ້ທີ່ເປັນເອກະພາບກັນໄດ້ພາຍໃນຫຼາຍມື້ຂ້າງໜ້າ.


ຂ່າວສານ MNA ຂອງອີຣານແຈ້ງຂ່າວວ່າ, ໃນເວລາໃຫ້ສຳພາດຕໍ່ນັກຂ່າວໃນມື້ດຽວກັນ, ທ່ານ ອັບໂດລາຮຽນ ກ່າວວ່າ, ອີຣານກຳລັງເຈລະຈາກັບອາເມຣິກາດ້ວຍຮູບແບບທາງອ້ອມ ກ່ຽວກັບບັນຫາລະອຽດ 3 ຂໍ້. ໃນການເຈລະຈາຮອບຫຼ້າສຸດ, ອາເມຣິກາໄດ້ສະແດງຄວາມຄ່ອງແຄ້ວທາງປາກເວົ້າກ່ຽວກັບບັນຫາ 2 ຂໍ້. ທ່ານຮຽກຮ້ອງໃຫ້ອາເມຣິກາມີ “ທ່າທີຕິດແທດຕົວຈິງ” ໃນບັນຫາຂໍ້ທີ 3 ກໍ່ຄືບັນຫາການຮັບປະກັນ.