ຈີນສະໜອງການຊ່ວຍເຫຼືອດ້ານມະນຸດສະທຳແກ່ເຫດການໄຟໄໝ້ທີ່ເກີດຂຶ້ນຢູ່ສາງເກັບນ້ຳມັນເຊື້ອໄຟກູບາ

2022-08-17 15:13:09 CRI

 

ຕາມຂ່າວCRI: ວັນທີ 15 ສິງຫານີ້, ພິທີມອບການຊ່ວຍເຫຼືອດ້ດ້ານມະນຸດສະທຳຮີບດ່ວນເປັນເງິນສົດຈຳນວນ 150.000 ໂດລາແກ່ສະພາກາແດງກູບາຈາກສະພາກາແດງຈີນໄດ້ຈັດຂຶ້ນຢູ່ກະຊວງການຄ້າແລະທຶນຕ່າງປະເທດຂອງກູບາ. ການຊ່ວຍເຫຼືອຄັ້ງນີ້ແມ່ນເພື່ອສະໜັບສະໜູນວຽກງານກອບກູ້ຊ່ວຍເຫຼືອໃນເຫດການໄຟໄໝ້ທີ່ເກີດຂຶ້ນຢູ່ສາງເກັບນ້ຳມັນເຊື້ອໄຟແຫ່ງໜຶ່ງທີ່ແຂວງມາທານຊາສຂອງກູບາ.

 

ທ່ານໝາຮຸ່ຍ ເອກອັກຄະລັດຖະທູດຈີນປະຈຳກູບາແລະທ່ານນາງເດໂບຣັດ ຣິວາສ ຊາເວດຣາ, ຮອງລັດຖະມົນຕີກະຊວງການຄ້າແລະທຶນຕ່າງປະເທດກູບາໄດ້ເຂົ້າຮ່ວມພິທີພ້ອມທັງໄດ້ລົງນາມໃນໃບຢັ້ງຢືນການມອບຮັບ.


ທ່ານນາງເດໂບຣັດ ຣິວາສ ຊາເວດຣາໄດ້ຕາງໜ້າລັດຖະບານແລະປະຊາຊົນກູບາສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຈາກສະພາກາແດງຈີນ. ທ່ານນາງກ່າວວ່າ: ພາຍໃຕ້ສະຖານະການທີ່ສະຫຼັບຊັບຊ້ອນໃນປັດຈຸບັນນີ້, ມາດຕະການນີ້ຂອງຈີນແມ່ນສ່ອງແສງໃຫ້ເຫັນເຖິງຄວາມສາມັກຄີແລະມິດຕະພາບລະຫວ່າງສອງປະເທດອີກເທື່ອໃໝ່.