ສື່ມວນຊົນຊີຣີລາຍງານວ່າ: ກອງທັບອາເມຣິກາໄດ້ຂົນເອົານ້ຳມັນເຊື້ອໄຟອີກງວດໃໝ່ທີ່ລັກຂຸດເຈາະຢູ່ພາກຕາເວັນອອກສຽງເໜືອຂອງຊີຣີ

2022-08-17 15:27:47 cri

      ອີງຕາມສຳນັກຂ່າວສານຊີຣີລາຍງານໃນວັນທີ 16 ສິງຫານີ້ໃຫ້ຮູ້ວ່າ: ໃນມື້ດັ່ງກ່າວ, ກອງທັບອາເມຣິກາໄດ້ຂົນເອົານ້ຳມັນເຊື້ອໄຟອີກງວດໃໝ່ທີ່ລັກຂຸດເຈາະຢູ່ພາກຕາເວັນອອກສຽງເໜືອຂອງຊີຣີເຂົ້າໄປດິນແດນອີຣັກ.

      ສຳນັກຂ່າວສານຊີຣີໄດ້ອ້າງຂໍ້ມູນຈາກຄຳເວົ້າຂອງນັກຂ່າວທ້ອງຖິ່ນມາລາຍງານວ່າ: ໃນມື້ດັ່ງກ່າວ, ກອງທັບອາເມຣິກາໄດ້ສົ່ງຂະບວນລົດທີ່ປະກອບດ້ວຍລົດບັນທຸກນ້ຳມັນ 65 ຄັນໄປຂົນເອົານ້ຳມັນເຊື້ອໄຟທີ່ລັກຂຸດເຈາະຢູ່ຊີຣີໄປສູ່ຖານທັບອາເມຣິກາທີ່ປະຈຳຢູ່ອີຣັກ. ຂ່າວແຈ້ງໃຫ້ຮູ້ຕື່ມວ່າ: ຫວ່າງມໍ່ໆມານີ້, ຈຳນວນລົດບັນທຸກນ້ຳມັນເຊື້ອໄຟທີ່ກອງທັບອາເມຣິກາໃຊ້ໄປຂົນເອົານ້ຳມັນເຊື້ອໄຟທີ່ລັກຂຸດເຈາະຢູ່ຊີຣີໄປສູ່ດິນແດນອີຣັກແມ່ນມີເຖິງ 398 ຄັນ.