ເຮືອຢວນວ້າງເລກ 5 ຂອງຈີນຈອດຢູ່ທ່າກຳປັ່ນສີລັງກາ ກະຊວງການຕ່າງປະເທດຈີນ: ບໍ່ມີຜົນສະທ້ອນຕໍ່ຄວາມໝັ້ນຄົງແລະຜົນປະໂຫຍດດ້ານເສດຖະກິດຂອງປະເທດໃດໆ

2022-08-17 15:14:03 CRI

 

ຕາມຂ່າວCRI: ວັນທີ 16 ສິງຫານີ້, ທ່ານຫວ່າງເວີນປີ່ນ, ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ເຮືອສຳຫຼວດວິທະຍາສາດຢວນວ້າງເລກ 5 ດຳເນີນກິດຈະກຳສຳຫວດວິທະຍາສາດທາງທະເລແມ່ນສອດຄ່ອງກັບກົດໝາຍສາກົນແລະກົດລະບຽບທົ່ວໄປສາກົນ, ບໍ່ມີຜົນສະທ້ອນຕໍ່ຄວາມໝັ້ນຄົງແລະຜົນປະໂຫຍດດ້ານເສດຖະກິດຂອງປະເທດໃດໆ, ສະນັ້ນຈຶ່ງບໍ່ຄວນໄດ້ຮັບການລົບກວນຈາກຝ່າຍທີສາມ.

 

ຫວ່າງມໍ່ໆມານີ້, ກະຊວງການຕ່າງປະເທດສີລັງກາແຈ້ງໃຫ້ຮູ້ວ່າ: ລັດຖະບານສີລັງກາໄດ້ອະນຸມັດໃຫ້ເຮືອສຳຫຼວດວິທະຍາສາດຢວນວ້າງເລກ 5 ຂອງຈີນເຂົ້າທຽບທ່າແລະຕື່ມພະລັງງານຢູ່ທ່າກຳປັ່ນຮາມບານໂຕຕານັບແຕ່ວັນທີ 16 ຫາ 22 ສິງຫານີ້. ຂ່າວແຈ້ງໃຫ້ຮູ້ວ່າ, ວັນທີ 16 ສິງຫານີ້, ເຮືອສຳຫຼວດວິທະຍາສາດຢວນວ້າງເລກ 5 ໄດ້ເຂົ້າທຽບທ່າຢ່າງສຳເລັດຜົນ.

 

ທ່ານຫວ່າງເວີນປີ່ນກ່າວຕື່ມວ່າ: ຈີນແລະສີລັງກາແມ່ນປະເທດໃກ້ຄຽງທີ່ມີໄມຕີຈິດມິດຕະພາບຢ່າງມີມູນເຊື້ອ, ສອງປະເທດໄດ້ພະຍາຍາມຮ່ວມກັນເຂົ້າໃນການຮ່ວມມືໄມຕີຈິດທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງຮອບດ້ານແລະໃນຫຼາຍຂົງເຂດ. ໃນຫຼາຍປີຜ່ານມານີ້, ສອງປະເທດໄດ້ຮັກສາການຮ່ວມມືຢ່າງໃກ້ຊິດໃນຂົງເຂດການສຳຫຼວດວິທະຍາສາດທາງທະເລ. ຈີນຍິນດີຮ່ວມກັບສີລັງກາ, ປັບປຸງຄວາມໄວ້ເນື້ອເຊື່ອໃຈກັນດ້ານການເມືອງ, ລົງເລິກການຮ່ວມມືທີ່ມີຜົນປະໂຫຍດຮ່ວມກັນ, ຊຸກຍູ້ໃຫ້ການພົວພັນລະຫວ່າງສອງປະເທດໄດ້ຮັບການຂະຫຍາຍຕົວຢ່າງປອດໄສແລະໝັ້ນທ່ຽງ.