ກຳປູເຈຍວາງນະໂຍບາຍດ້ານການທ່ອງທ່ຽວເປັນພິເສດເພື່ອດຶງດູດນັກທ່ອງທ່ຽວການຄ້າໃຫ້ຫຼາຍກວ່າເກົ່າ

2022-08-17 15:26:47 cri

      ອີງຕາມໜັງສືພິມຈຽນຮວາເດຣີຂອງກຳປູເຈຍລາຍງານວ່າ: ຫວ່າງບໍ່ດົນມານີ້, ລັດຖະບານກຳປູເຈຍພວມວາງນະໂຍບາຍດ້ານການທ່ອງທ່ຽວເປັນພິເສດລາຍການໜຶ່ງເພື່ອສາມາດຊຸກຍູ້ການທ່ອງທ່ຽວດ້ານການຄ້າ,ເພາະວ່ານັກທ່ອງທ່ຽວການຄ້າມັກຈະຄ້າງຄືນຢູ່ກຳປູເຈຍເປັນເວລາດົນກວ່ານັກທ່ອງທ່ຽວທຳມະດາ.

      ກະຊວງທ່ອງທ່ຽວກຳປູເຈຍໄດ້ຈັດກອງປະຊຸມສຳມະນາໃນຫວ່າງມໍ່ໆມານີ້ໂດຍໄດ້ດຳເນີນການປຶກສາຫາລືຢ່າງລະອຽດກ່ຽວກັບເລື່ອງທີ່ກ່ຽວຂ້ອງກັບການວາງ “ນະໂຍບາຍດ້ານການທ່ອງທ່ຽວເປັນພິເສດ”. ນອກນີ້, ນະໂຍບາຍດັ່ງກ່າວຍັງຈະສຸມໃສ່ດຶງດູດນັກທ່ອງທ່ຽວທຳມະດາໃຫ້ກາຍມາເປັນນັກທ່ອງທ່ຽວທີ່ມີຄຸນນະພາບສູງ ເຊິ່ງໝາຍຄວາມວ່າປ່ຽນນັກທ່ອງທ່ຽວທຳມະດາເຫຼົ່ານີ້ເປັນນັກທ່ອງທ່ຽວການຄ້າ. ຈຸດປະສົງອີກອັນໜຶ່ງຂອງນະໂຍບາຍດັ່ງກ່າວແມ່ນເພື່ອດຶງດູດຜູ້ອອກບຳນານແລະນັກທ່ອງທ່ຽວທີ່ລາພັກ.