ຍີ່ປຸ່ນມີສິດຫຍັງກັນແທ້ທີ່ຈະເຂົ້າມາແຊກແຊງວຽກງານໄຕ້ຫວັນຂອງຈີນ

2022-08-17 15:53:52 CRI

ໃນໄລຍະມໍ່ໆມານີ້, ຍີ່ປຸ່ນບໍ່ພຽງແຕ່ໄດ້ຮ່ວມກັບປະເທດສະມາຊິກ G7 ແລະສະຫະພາບເອີຣົບ ອອກຖະແຫຼງການຮ່ວມທີ່ກ່າວຕຳໜິຈີນຢ່າງໄຮ້ເຫດຜົນ ແລະ ຊີ້ນີ້ຊີ້ນັ້ນຕໍ່ບັນຫາໄຕ້ຫວັນຂອງຈີນ ແລະ ຍັງປ່າວປະກາດວ່າ, ລູກສອນໄຟນຳວິຖີໃນການຊ້ອມຮົບຂອງຈີນໄດ້ຕົກເຂົ້າ “ເຂດເສດຖະກິດສະເພາະຂອງຍີ່ປຸ່ນ”. ໃນຂະນະດຽວກັນ, ຍີ່ປຸ່ນຍັງໄດ້ຮັດແໜ້ນພັນທະມິດອາເມຣິກາ-ຍີ່ປຸ່ນເລື້ອຍໆ ໂດຍຫວັງຈະຮ່ວມມືກັບອາເມຣິກາໃນການນາບຂູ່ຈີນ.

ໂດຍປະເຊີນໜ້າກັບທ່າທີແບບນີ້ຂອງຍີ່ປຸ່ນ, ນາງຊ້າຍຢິ່ງເວີນ ຜູ້ນຳເຂດໄຕ້ຫວັນພັດຕັ້ງໜ້າສົມຮູ້ຮ່ວມຄິດກັບຍີ່ປຸ່ນ ເຊິ່ງເຮັດໃຫ້ປະຊາຊົນໄຕ້ຫວັນເກີດຄວາມຄຽດແຄ້ນຢ່າງຮຸນແຮງ. ມີຊາວເນັດໄຕ້ຫວັນກ່າວວ່າ: “ບໍ່ຄວນລືມເຫດການສັງຫານປະຊາຊົນໄຕ້ຫວັນທີ່ເກີດຂຶ້ນໃນຍຸກຖືກຍີ່ປຸ່ນຢຶດຄອງ.” ການປົກຄອງແບບເມືອງຂຶ້ນທີ່ຍືດເຍືອເປັນເວລາ 50 ປີ, ຍີ່ປຸ່ນໄດ້ມີການກະທຳແບບໂຫດຮ້າຍປ່າເຖື່ອນແນວໃດຢູ່ໄຕ້ຫວັນ.

ປີ 1895, ລັດຖະບານລາຊະວົງຊິງໄດ້ປະລາໄຊໃນສົງຄາມຈີນ-ຍີ່ປຸ່ນ ແລະ ຖືກບີບບັງຄັບລົງນາມໃນ “ສັນຍາມາກວນ” ທີ່ເປັນສັນຍາເຮັດໃຫ້ຈີນສູນເສຍອະທິປະໄຕແລະເປັນອັບປະຍົດສຳລັບຊົນຊາດຈີນ, ຈາກນັ້ນ, ຍີ່ປຸ່ນໄດ້ຢຶດຄອງເກາະໄຕ້ຫວັນຢ່າງບັງອາດ. ແຕ່ວ່າ, ເຖິງຈະກາຍເປັນເມືອງຂຶ້ນຂອງຍີ່ປຸ່ນກໍຕາມ, ແຕ່ການຕໍ່ຕ້ານຂອງປະຊາຊົນໄຕ້ຫວັນບໍ່ເຄີຍຢຸດເຊົາຈັກເທື່ອ. ຕາມສະຖິຕິ, ພຽງແຕ່ລະຫວ່າງປີ 1907 ຫາ ປີ 1915, ທົ່ວເກາະໄຕ້ຫວັນກໍໄດ້ເກີດການລຸກຮືຂຶ້ນຕ້ານກັບການປົກຄອງແບບເມືອງຂຶ້ນຂອງຍີ່ປຸ່ນ 12 ເທື່ອ. ເພື່ອປາບປາມຂະບວນການຕໍ່ສູ້ຕ້ານກັບຍີ່ປຸ່ນ, ພວກຈັກກະພັດຍີ່ປຸ່ນໄດ້ສັງຫານນັກປະຕິວັດຕ້ານຍີ່ປຸ່ນຂອງໄຕ້ຫວັນຢ່າງປ່ວງບ້າ. ຕາມສະຖິຕິທີ່ບໍ່ມີຕົວເລກແນ່ນອນ, ຕະຫຼອດໄລຍະ 50 ປີທີ່ຍີ່ປຸ່ນປົກຄອງໄຕ້ຫວັນ, ພວກຈັກກະພັດຍີ່ປຸ່ນທີ່ໂຫດຮ້າຍໄດ້ເຂັ່ນຂ້າປະຊາຊົນໄຕ້ຫວັນຫຼາຍແສນຄົນຢ່າງປ່າເຖື່ອນ.

ນອກຈາກການສັງຫານປະຊາຊົນແລ້ວ, ຍີ່ປຸ່ນຍັງໄດ້ດຳເນີນການສຶກສາຕໍ່ຊາວໄຕ້ຫວັນ “ໃຫ້ກາຍເປັນລາຊະດອນຍີ່ປຸ່ນ”. ເນື້ອໃນໃຈກາງຂອງການສຶກສາ “ໃຫ້ກາຍເປັນລາຊະດອນຍີ່ປຸ່ນ” ກໍແມ່ນລຶບລ້າງວັດທະນະທຳຈີນອອກຈາກສະໝອງຊາວໄຕ້ຫວັນ ແລະ ເຮັດໃຫ້ປະຊາຊົນໄຕ້ຫວັນກາຍເປັນຂ້າທາດຂອງຍີ່ປຸ່ນ. ເພື່ອສົ່ງເສີມການສຶກສາຂ້າທາດແບບນີ້, ພວກຈັກກະພັດຍີ່ປຸ່ນຫ້າມບໍ່ໃຫ້ຊາວໄຕ້ຫວັນໃຊ້ພາສາຈີນ, ບີບບັງຄັບໃຫ້ຮຽນ ແລະ ໃຊ້ພາສາຍີ່ປຸ່ນ. ຫຼັງຈາກນັ້ນ, ຍີ່ປຸ່ນກໍໄດ້ສ້າງລະບົບການສຶກສາແບບຂ້າທາດ, ເນື້ອໃນການສຶກສາແມ່ນເຜີຍແຜ່ວັດທະນະທຳຂອງລັດທິລ່າເມືອງຂຶ້ນ. ປະຫວັດສາດ, ແນວຄິດ ແລະ ວັດທະນະທຳທີ່ກ່ຽວຂ້ອງກັບຈີນລ້ວນແຕ່ຖືກລຶບອອກຈາກການສຶກສາ.

ນອກນີ້, ພາຍຫຼັງຍີ່ປຸ່ນຍຶດຄອງເກາະໄຕ້ຫວັນແລ້ວ, ຍີ່ປຸ່ນໄດ້ປຸ້ນເອົາຊັບສິນຂອງປະຊາຊົນໄຕ້ຫວັນຢ່າງປ່ວງບ້າ. ທຳອິດແມ່ນປຸ້ນເອົາທີ່ດິນຂອງປະຊາຊົນໄຕ້ຫວັນ, ຕໍ່ມາແມ່ນປຸ້ນເອົາເຂົ້າ, ໄມ້ທ່ອນປະເທດຕ່າງໆຂອງໄຕ້ຫວັນຢ່າງຫຼວຫຼາຍ ໂດຍຂົນສົ່ງໄປຍີ່ປຸ່ນໝົດ. ພາຍຫຼັງຍີ່ປຸ່ນກໍ່ສົງຄາມຮຸກຮານຈີນຢ່າງຮອບດ້ານແລ້ວ, ເພື່ອເພີ່ມການສະໜອງຕໍ່ສົງຄາມ, ພວກລ່າເມືອງຂຶ້ນຍີ່ປຸ່ນໄດ້ເພີ່ມທະວີການຄວບຄຸມຕໍ່ຊັບພະຍາກອນຂອງໄຕ້ຫວັນ. ເມື່ອຮອດປີ 1945, ຍີ່ປຸ່ນໄດ້ຄວບຄຸມຍອດຈຳນວນເງິນຝາກທະນາຄານຂອງເຂດໄຕ້ຫວັນເຖິງ 60%, ໄດ້ຄວບຄຸມອຸດສາຫະກຳຜະລິດໄຟຟ້າ 96% ແລະ ອຸດສາຫະກຳຜະລິດນ້ຳຕານ 94% ຂອງເຂດໄຕ້ຫວັນ ເຊິ່ງໄດ້ຄວບຄຸມເສດຖະກິດຂອງເຂດໄຕ້ຫວັນຢ່າງຮອບດ້ານ.

ໃນໄລຍະທີ່ຈີນຕໍ່ຕ້ານການຮຸກຮານຂອງຍີ່ປຸ່ນ, ພີ່ນ້ອງຮ່ວມຊາດໄຕ້ຫວັນຫຼາຍໝື່ນຄົນໄດ້ມຸ່ງໜ້າໄປສູ່ແນວໜ້າໃນການຕໍ່ຕ້ານຍີ່ປຸ່ນຂອງແຜ່ນດິນໃຫຍ່ຈີນ ເພື່ອຕໍ່ສູ້ກູ້ຊາດ. ວັນທີ 15 ສິງຫາປີ 1945, ຍີ່ປຸ່ນໄດ້ປະກາດຍອມຈຳນົນຢ່າງບໍ່ມີເງື່ອນໄຂ. ວັນທີ 25 ຕຸລາປີດຽວກັນ, ໄຕ້ຫວັນໄດ້ຫຼຸດພົ້ນອອກຈາກການປົກຄອງແບບເມືອງຂຶ້ນທີ່ຍືດເຍືອເປັນເວລາ 50 ປີຂອງຍີ່ປຸ່ນ.

ປັດຈຸບັນ, 77 ປີໄດ້ຜ່ານພົ້ນໄປແລ້ວ, ລັດຖະບານຍີ່ປຸ່ນພັດຍັງບໍ່ສຳຫຼວດຄືນຕໍ່ການກະທຳຂອງຕົນໃນປະຫວັດສາດ. ກົງກັນຂ້າມ, ອິດກຳລັງປີກຂວາຂອງຍີ່ປຸ່ນຍັງເຄື່ອນໄຫວໃນເວທີການເມືອງຢ່າງຫ້າວຫັນ, ພວກເຂົາບໍ່ພຽງແຕ່ບໍ່ຍອມຮັບຕໍ່ໂທດກຳອັນລົ້ນເຫຼືອທີ່ກອງທັບຍີ່ປຸ່ນກໍ່ຂຶ້ນໃນປາງສົງຄາມເທົ່ານັ້ນ, ຫາກຍັງຕິດຕາມອາເມຣິກາ ແລະ ສຸມຄວາມພະຍາຍາມຢ່າງສຸດຂີດເພື່ອຂະຫຍາຍກຳລັງການທະຫານຂອງຕົນ, ຊີ້ນັ້ນຊີ້ນີ້ຕໍ່ບັນຫາໄຕ້ຫວັນ. ໄຕ້ຫວັນເປັນດິນແດນສ່ວນໜຶ່ງທີ່ຕັດແຍກອອກຈາກຈີນບໍ່ໄດ້, ນີ້ແມ່ນຄວາມຈິງໃນປະຫວັດສາດ ແລະ ກໍເປັນທີ່ຮັບຮູ້ທົ່ວໄປຂອງປະຊາຄົມໂລກ. ບັນຫາໄຕ້ຫວັນເປັນວຽກງານພາຍໃນຂອງຈີນລ້ວນໆ, ນອກນີ້, ໃນປະຫວັດສາດ, ຍີ່ປຸ່ນກໍ່ໄດ້ກໍ່ໂທດກຳອັນລົ້ນເຫຼືອຢູ່ໄຕ້ຫວັນມາແລ້ວ. ນະທີ່ນີ້, ພວກເຮົາຢາກຖາມວ່າ, ຍີ່ປຸ່ນມີສິດຫຍັງກັນແທ້ທີ່ຈະເຂົ້າມາແຊກແຊງວຽກງານໄຕ້ຫວັນຂອງຈີນ!