ງານສົນທະນາການເມືອງຂັ້ນສູງຄັ້ງທີ 9 ລະຫວ່າງຈີນ-ຍີ່ປຸ່ນຈັດຂຶ້ນຢູ່ນະຄອນທ່ຽນຂອງຈີນ

2022-08-18 14:54:41 CRI

 

ຕາມຂ່າວCRI: ວັນທີ 17 ສິງຫານີ້, ທ່ານຢາງເຈຍສື, ກຳມະການກົມການເມືອງສູນກາງພັກກອມມູນິດຈີນ, ຫົວໜ້າຫ້ອງການຄະນະກຳມະການວຽກງານການຕ່າງປະເທດສູນກາງຈີນແລະທ່ານຕາເຄໂອ ອາຄີບາ, ຫົວໜ້າກົມຮັບປະກັນຄວາມໝັ້ນຄົງແຫ່ງຊາດຍີ່ປຸ່ນໄດ້ເປັນເຈົ້າພາບຮ່ວມງານສົນທະນາການເມືອງຂັ້ນສູງຄັ້ງທີ 9 ລະຫວ່າງຈີນ-ຍີ່ປຸ່ນ.

 

ທ່ານຢາງເຈຍສືກ່າວວ່າ, ປະຫວັດສາດການໄປມາຫາສູ່ກັນເປັນເວລາ 2 ພັນກວ່າປີລະຫວ່າງຈີນ-ຍີ່ປຸ່ນແລະຂະບວນການຫັນເປັນປົກກະຕິດ້ານການພົວພັນລະຫວ່າງສອງປະເທດຄົບຮອບ 50 ປີໄດ້ຊີ້ບອກສອງຝ່າຍວ່າ, ການຢູ່ຮ່ວມກັນໂດຍສັນຕິ, ການຮ່ວມມືກັນຢ່າງມີໄມຕີຈິດມິດຕະພາບແມ່ນການຄັດເລືອກທີ່ຖືກຕ້ອງພຽງຢ່າງດຽວດ້ານການພົວພັນລະຫວ່າງສອງປະເທດ. ສອງຝ່າຍຄວນຖືຄວາມຮັບຮູ້ຢ່າງເປັນເອກະພາບກັນທີ່ສຳຄັນຂອງຜູ້ນຳສອງປະເທດເປັນການຊີ້ນຳດ້ານການເມືອງແລະຄວນຍຶດຖືເປັນບ່ອນອີງໃນການປະຕິບັດ, ຫວນຄືນປະຫວັດສາດຢ່າງເລິກເຊິ່ງ, ປັດເຂ່ຍການລົບກວນຈາກພາຍໃນແລະພາຍນອກ, ໃຊ້ຄວາມພະຍາຍາມຮ່ວມກັນເຂົ້າໃນການປະກອບສ່ວນສ້າງການພົວພັນລະຫວ່າງຈີນ-ຍີ່ປຸ່ນທີ່ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງຍຸກໃໝ່.

 

ທ່ານຢາງເຈຍສືກ່າວເນັ້ນຕື່ມວ່າ, ຍີ່ປຸ່ນຄວນເອົາໃຈໃສ່ຕໍ່ຜົນປະໂຫຍດພື້ນຖານແລະຍາວໄກລະຫວ່າງສອງປະເທດແລະປະຊາຊົນສອງຊາດ, ສ້າງຄວາມເຂົ້າໃຈທີ່ຖືກຕ້ອງຕໍ່ຈີນ, ປະຕິບັດຕາມນະໂຍບາຍຕໍ່ຈີນຢ່າງຕັ້ງໜ້າ, ຕິດແທດຕົວຈິງ, ແລະມີເຫດຜົນ, ຍຶດຖືທິດທາງຖືກຕ້ອງທີ່ມີການພັດທະນາໂດຍສັນຕິ, ເຄົາລົບຕາມເອກະສານການເມືອງ 4 ສະບັບແລະຄວາມຮັບຮູ້ທີ່ເປັນເອກະພາບກັນດ້ານການເມືອງລະຫວ່າງຈີນ-ຍີ່ປຸ່ນ, ຮ່ວມກັນກັບຈີນ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ປັດເຂ່ຍຄວາມຄິດຜົນລວມເປັນສູນ, ຄຸ້ມຄອງແລະແກ້ໄຂຄວາມຂັດແຍ້ງຢ່າງເໝາະສົມ, ຊຸກຍູ້ໃຫ້ການພົວພັນລະຫວ່າງສອງປະເທດມີຄວາມສຸກງອມໝັ້ນທ່ຽງກວ່າເກົ່າ, ປອດໃສແລະເຂັ້ມແຂງຫຼາຍກວ່າເກົ່າ.