ທ່ານປູຕີນຊີ້ອອກວ່າ, ນາງເປໂລຊີຢ້ຽມຢາມເຂດໄຕ້ຫວັນແມ່ນການທ້າທາຍເກາະຜິດທີ່ມີແຜນການລະອຽດ ຝ່າຍຈີນຕີລາຄາສູງຕໍ່ການສະແດງທ່າທີຂອງຣັດເຊຍ

2022-08-18 15:04:33 cri


ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 17 ສິງຫານີ້, ທ່ານວ່າງເວີນປິ່ນ, ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ, ຈີນຕີລາຄາສູງຕໍ່ການສະແດງທ່າທີຂອງທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ ກ່ຽວກັບ ນາງເປໂລຊີ ປະທານສະພາຕ່ຳອາເມຣິກາ ຢ້ຽມຢາມເຂດໄຕ້ຫວັນຈີນໃນຫວ່າງມໍ່ໆມານີ້, ການສະແດງທ່າທີຫຼ້າສຸດຂອງທ່ານປະທານາທິບໍດີປູຕິນ, ໄດ້ສະແດງໃຫ້ເຫັນເຖິງການປະສານສົມທົບດ້ານຍຸດທະສາດທີ່ມີລະດັບສູງລະຫວ່າງຈີນກັບຣັດເຊຍ, ພ້ອມທັງໄດ້ສະແດງໃຫ້ເຫັນເຖິງການສະໜັບສະໜູນເຊິ່ງກັນແລະກັນຢ່າງເດັດດ່ຽວໃນບັນຫາທີ່ກ່ຽວຂ້ອງກັບຜົນປະໂຫຍດແກນກາງຂອງກັນ ມາໂດຍຕະຫຼອດລະຫວ່າງຈີນກັບຣັດເຊຍ.


ຂ່າວແຈ້ງໃຫ້ຮູ້ວ່າ, ວັນທີ 16 ສິງຫານີ້, ໃນເວລາເຂົ້າຮ່ວມກອງປະຊຸມຄວາມໝັ້ນຄົງສາກົນມົສກູຄັ້ງທີ 10, ທ່ານວະລາດີເມຍ ປູຕິນກ່າວວ່າ: ນາງເປໂລຊີໄປຢ້ຽມຢາມເຂດໄຕ້ຫວັນຂອງຈີນບໍ່ແມ່ນການກະທຳແບບຊະຊາຍຂອງເຈົ້າໜ້າທີ່ທີ່ບໍ່ມີຄວາມຮັບຜິດຊອບ, ແຕ່ຫາກແມ່ນການທ້າທາຍເກາະຜິດທີ່ໄດ້ວາງແຜນໄວ້ຢ່າງລະອຽດແລ້ວ. ເຊິ່ງເປັນພາກສ່ວນໜຶ່ງ ຂອງນະໂຍບາຍຕັ້ງໃຈທຳລາຍສະຖຽນລະພາບຂອງພາກພື້ນແລະຂອງໂລກ. ເຈດຕະນາກໍ່ຄວາມວຸ້ນວາຍ ຂອງອາເມຣິກາ ແມ່ນສະແດງໃຫ້ເຫັນເຖິງຄວາມອວດອົ່ງທະນົງຕົວຂອງອາເມຣິກາທີ່ບໍ່ເຄົາລົບນັບຖືອະທິປະໄຕຂອງປະເທດອື່ນ ແລະບໍ່ເອົາຫົວຊານຳຄວາມຮັບຜິດຊອບຕໍ່ສາກົນຂອງຕົນ. ອາເມຣິກາຫວັງຢາກຮັກສາຖານະເຈົ້າອຳນາດຂອງຕົນຢູ່ໃນໂລກ, ຝ່າຍຕາເວັນຕົກເອົາຄວາມຂັດແຍ້ງແລະບັນຫາພາຍໃນປະເທດຂອງຕົນຖິ້ມໂທດໃສ່ຣັດເຊຍແລະຈີນ, ເພື່ອດຶງດູດຄວາມສົນໃຈຂອງປະຊາຊົນພາຍໃນປະເທດຕົນ. ຝ່າຍຕາເວັນຕົກກຳລັງຊຸກຍູ້ໃຫ້ກຸ່ມນາໂຕແລະລະບົບພັນທະມິດການທະຫານອື່ນໆຫັນໄປສູ່ພາກຕາເວັນອອກ ຄື ອາຊີປາຊິຟິກ, ເພື່ອສ້າງກຸ່ມນາໂຕຮູບແບບອາຊີປາຊິຟິກ.