ການຄ້າຂາຍໝາກໄມ້ລະຫວ່າງຈີນກັບປະເທດສະມາຊິກອາຊຽນແມ່ນກິດຈະກຳທີ່ຫວານຈ້ອຍ

2022-08-18 17:04:44 cri

ຍ້ອນເງື່ອນໄຂດິນຟ້າອາກາດ ແລະ ທີ່ດິນທີ່ດີ, ເຂດອາຊີຕາເວັນອອກສຽງໃຕ້ແມ່ນເຂດຜະລິດໝາກໄມ້ເຂດຮ້ອນຕົ້ນຕໍຂອງໂລກ, ໝາກທຸລຽນ, ໝາກມັງຄຸດ, ໝາກມ່ວງ, ໝາກກ້ວຍຫອມ ແລະ ໝາກໄມ້ອື່ນໆຂອງປະເທດສະມາຊິກອາຊຽນລ້ວນແຕ່ແມ່ນຜົນຜະລິດທີ່ໄດ້ຮັບຄວາມນິຍົມຫຼາຍໃນຕະຫຼາດສາກົນ. ໝາກໄມ້ກໍແມ່ນຜົນຜະລິດສຳຄັນທີ່ສຸດໃນການຄ້າຂາຍຜະລິດຕະພັນກະສິກຳລະຫວ່າງຈີນກັບປະເທດອາຊຽນມາໂດຍຕະຫຼາດ.

ເມື່ອປີ 2004, ແຜນການສ້າງຜົນປະໂຫຍດໃຫ້ສອງຝ່າຍໃນໄລຍະຕົ້ນພາຍໃຕ້ຂອບເຂດການຄ້າເສລີຈີນ-ອາຊຽນໄດ້ເລີ່ມປະຕິບັດຢ່າງເປັນທາງການ, ສອງຝ່າຍໄດ້ຄັດເລືອກຜະລິດຕະພັນຈຳນວນໜຶ່ງທີ່ມີຄວາມຕ້ອງການຫຼາຍແລະມີລັກສະນະຊ່ວຍຊູຍູ້ໜູນເຊິ່ງກັນແລະກັນໂດຍການຫຼຸດພາສີລ່ວງໜ້າ, ແລະເປີດຕະຫຼາດກ່ອນ, ໝາກໄມ້ເຂດຮ້ອນປະເພດຕ່າງໆຂອງປະເທດອາຊີຕາເວັນອອກສຽງໃຕ້ກໍໄດ້ຖືກຈັດເຂົ້າໃນບັນຊີ “ແຜນການສ້າງຜົນປະໂຫຍດໃຫ້ສອງຝ່າຍໃນໄລຍະຕົ້ນ”. ພ້ອມກັນນັ້ນ, ການຮ່ວມມືດ້ານການກວດກາຄຸນນະພາບແລະກວດກາພະຍາດລະຫວ່າງຈີນກັບປະເທດສະມາຊິກອາຊຽນໄດ້ລົງສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ໝາກໄມ້ຊະນິດຕ່າງໆຂອງປະເທດສະມາຊິກອາຊຽນທີ່ໄດ້ຮັບ “ໃບອະນຸມັດເຂົ້າເຖິງຕະຫຼາດຈີນ” ນັບມື້ນັບຫຼາຍຂຶ້ນ.

ໃນ “ກອງປະຊຸມສຸດຍອດເພື່ອລະນຶກຈີນ-ອາຊຽນສ້າງຕັ້ງສາຍພົວພັນຄູ່ເຈລະຈາຄົບຮອບ 30 ປີ” ທີ່ຈັດຂຶ້ນໃນເດືອນພະຈິກປີ 2021, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ປະກາດວ່າ: ໃນ 5 ປີຕໍ່ໜ້າ, ຈີນຈະພະຍາຍາມນຳເຂົ້າຜະລິດຕະພັນກະສິກຳຈາກປະເທດອາຊຽນໃຫ້ບັນລຸເຖິງ 150 ຕື້ໂດລາສະຫະລັດ, ເຊິ່ງເປັນການສ້າງຂ່າວດີໃຫ້ແກ່ການຄ້າຂາຍຜະລິດຕະພັນກະສິກຳລະຫວ່າງຈີນກັບປະເທດສະມາຊິກອາຊຽນລວມທັງການຊືິ້ຂາຍໝາກໄມ້ອີກຄັ້ງໜຶ່ງ.

ຍ້ອນວ່າປະເທດຈີນຕັ້ງໜ້າເປີດກວ້າງການນຳເຂົ້າຜະລິດຕະພັນກະສິກຳຈາກປະເທດອາຊຽນ, ໝາກໄມ້ເຂດຮ້ອນທີ່ຜະລິດຢູ່ປະເທດສະມາຊິກອາຊຽນໄດ້ກ້າວເຂົ້າສູ່ຄອບຄົວທົ່ວໄປຂອງປະຊາຊົນປະເທດຈີນນັບມື້ນັບຫຼາຍຂຶ້ນ. ຕາມສະຖິຕິ, ປີ 2000, ມູນຄ່າສົ່ງອອກໝາກໄມ້ສົດແລະຜະລິດຕະພັນໝາກໄມ້ແຫ້ງຂອງປະເທດສະມາຊິກອາຊຽນບໍ່ຮອດ 100 ລ້ານໂດລາສະຫະລັດ, ປີ 2004 ໄດ້ເພີ່ມຂຶ້ນເປັນ 300 ລ້ານໂດລາ, ເມື່ອຮອດປີ 2020, ມູນຄ່າດັ່ງກ່າວໄດ້ເພີ່ມຂຶ້ນເປັນ 6 ຕື້ກວ່າໂດລາສະຫະລັດ.

ການຄ້າຂາຍໝາກໄມ້ລະຫວ່າງຈີນ-ອາຊຽນຄຶກຄື້ນຫຼາຍ, ເຊິ່ງບໍ່ພຽງແຕ່ເຮັດໃຫ້ຜູ້ບໍລິໂພກຊາວຈີນມີການຄັດເລືອກຫຼາຍກວ່າເກົ່າແລະດີກວ່າເກົ່າ, ຍັງເຮັດໃຫ້ປະເທດສະມາຊິກອາຊຽນໄດ້ຮັບຜົນປະໂຫຍດຈາກການຄ້າຂາຍໝາກໄມ້ອີກດ້ວຍ.

ໃນຫຼາຍປີມານີ້, ວິສາຫະກິດຈີນທີ່ລົງທຶນອຸດສາຫະກຳໝາກໄມ້ເຊັ່ນການປູກໝາກກ້ວຍຫອມ, ໝາກມັງກອນແລະໝາກໄມ້ອື່ນໆຢູ່ປະເທດລາວນັບມື້ນັບຫຼາຍຂຶ້ນ, ນອກຈາກໄດ້ເຮັດໃຫ້ຊາວບ້ານທ້ອງຖິ່ນມີລາຍຮັບເພີ່ມຂຶ້ນແລະອົງການປົກຄອງທ້ອງຖິ່ນເກັບອາກອນຫຼາຍຂຶ້ນເທົ່ານັ້ນ, ຍັງໄດ້ຍົກລະດັບຄວາມທັນສະໄໝຂອງກະສິກຳຂອງທ້ອງຖິ່ນໃຫ້ສູງຂຶ້ນໂດຍຜ່ານການນຳເອົາບົດຮຽນການຄຸ້ມຄອງແລະເຕັກນິກວິທະຍາສາດທີ່ທັນສະໄໝ, ເຮັດໃຫ້ປະຊາຊົນຮັ່ງມີຂຶ້ນຫຼາຍກວ່າເກົ່າ ຈາກການຄ້າຂາຍໝາກໄມ້ທີ່ນັບມື້ນັບພັດທະນາດີຂຶ້ນ.

ພາຍຫຼັງສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນຫຼື RCEP ມີຜົນບັງຄັບໃຊ້ຢ່າງເປັນທາງການແລ້ວ, ການຄ້າຂາຍໝາກໄມ້ລະຫວ່າງຈີນກັບປະເທດສະມາຊິກອາຊຽນໄດ້ພົບໂອກາດໃໝ່ອີກ, ເງື່ອນໄຂອຳນວຍຄວາມສະດວກໃນການຜ່ານດ່ານແລະມາດຕະການຍົກເວັ້ນພາສີເປັນຕົ້ນໄດ້ຖືກຈັດຕັ້ງປະຕິບັດຢ່າງວ່ອງໄວ; ການເປີດນຳໃຊ້ທາງລົດໄຟລາວ-ຈີນໄດ້ເຮັດໃຫ້ການຂົນສົ່ງໝາກໄມ້ລະຫວ່າງຈີນກັບປະເທດສະມາຊິກອາຊຽນດ້ວຍທາງລົດໄຟແລະທາງຫຼວງເຊື່ອມຕໍ່ກັນໄດ້ບັນລຸຜົນເປັນຈິງ, ການຈໍລະຈອນສິນຄ້າທີ່ມີຫຼາຍຮູບແບບບໍ່ພຽງແຕ່ສາມາດຫຼຸດຕົ້ນທຶນດ້ານການຂົນສົ່ງເທົ່ານັ້ນ, ຍັງສາມາດປະຢັດເວລາການຂົນສົ່ງຂ້າມຊາດໄດ້ຢ່າງຫຼວງຫຼາຍ. ໃນຕົ້ນປີ 2022, ຂະບວນລົດໄຟທີ່ເຕັມໄປດ້ວຍໝາກໄມ້ຂອງປະເທດສະມາຊິກອາຊຽນເຊັ່ນ: ໝາກທຸລຽນແລະອື່ນໆໄດ້ສົ່ງໄປຮອດສະຖານີລົດໄຟຜິງສຽງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຂອງຈີນໂດຍຜ່ານທາງລົດໄຟລາວ-ຈີນ. ໃນໄລຍະບໍ່ດົນມານີ້, ໝາກແຕງຫອມຮາມີ 150 ໂຕນທີ່ຜະລິດຢູ່ເຂດຊິນຈ່ຽງຂອງຈີນ, ກໍໄດ້ສົ່ງໄປຮອດປະເທດສະມາຊິກອາຊຽນໂດຍຜ່ານທາງລົດໄຟລາວ-ຈີນເຊັ່ນກັນ.

ການຄ້າຂາຍໝາກໄມ້ລະຫວ່າງຈີນກັບປະເທດສະມາຊິກອາຊຽນໄດ້ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນຈີນແລະປະຊາຊົນຂອງປະເທດສະມາຊິກອາຊຽນໃນດ້ານລາຍຮັບແລະການບໍລິໂພກ, ແມ່ນກິດຈະກຳທີ່ຫວານຈ້ອຍໆອີກຢ່າງໜຶ່ງທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ.