ອະດີດເອກອັກຄະລັດຖະທູດອິນໂດເນເຊຍປະຈຳຈີນກ່າວວ່າ: ພັກກອມມູນິດຈີນນຳພາປະເທດຈີນໄດ້ຮັບຜົນສຳເລັດດ້ານການສ້າງສາທີ່ທັນສະໄໝແມ່ນໜ້າປະທັບໃຈທີ່ສຸດ

2022-08-18 11:42:30 CRI


     ຫວ່າງບໍ່ດົນມານີ້, ໃນເວລາທ່ານໂຊເກີງ ຣາຮັດໂຈ ອະດີດເອກອັກຄະລັດຖະທູດອິນໂດເນເຊຍປະຈຳຈີນ ຮອງປະທານສະມາຄົມການຮ່ວມມືດ້ານເສດຖະກິດ ສັງຄົມແລະວັດທະນະທຳອິນໂດເນເຊຍ-ຈີນໃຫ້ສຳພາດຕໍ່ນັກຂ່າວ, ທ່ານກ່າວວ່າ: ພັກກອມມູນິດຈີນນຳພາປະເທດຈີນໄດ້ຮັບຜົນສຳເລັດທີ່ຍິ່ງໃຫຍ່ໃນການພັດທະນາເສດຖະກິດແລະສ້າງສາປະເທດທີ່ທັນສະໄໝ.


     ທ່ານໂຊເກີງກ່າວຕື່ມວ່າ: ໃນເວລາວາງແຜນໃຫ້ການພັດທະນາເສດຖະກິດແລະສັງຄົມຈີນ, ພັກກອມມູນິດຈີນໄດ້ເສີມຂະຫຍາຍບົດບາດນຳພາ, ປະສານງານລະຫວ່າງບັນດາຝ່າຍຢ່າງເປັນເອກະພາບກັນ, ໄດ້ຈໍ່ຕົວເປັນກຳລັງໂຮມສູນ, ນີ້ໄດ້ກາຍເປັນຂໍ້ກະແຈໃນການສ້າງສາປະເທດສັງຄົມນິຍົມທີ່ທັນສະໄໝຂອງຈີນ.


     ທ່ານໂຊເກີງຍັງກ່າວຕື່ມວ່າ: ຂໍ້ລິເລີ່ມຮ່ວມກັນສ້າງໜຶ່ງແລວໜຶ່ງເສັ້ນທາງຂອງຈີນກັບໂຄງຄວາມຄຶດຈຸດຄ້ຳຊູທະເລທົ່ວໂລກຂອງອິນໂດເນເຊຍສາມາດຊ່ວຍຊູຍູ້ໜູນກັນ ເຊິ່ງມີຜົນດີຕໍ່ອິນໂດເນເຊຍແລະຈີນ. ເຊື່ອໝັ້ນວ່າອິນໂດເນເຊຍກັບຈີນສາມາດຮັບມືກັບສິ່ງທ້າທາຍຮ່ວມກັນ, ການຮ່ວມມືລະຫວ່າງສອງປະເທດມີອະນາຄົດທີ່ກວ້າງຂວາງ.