ເລີ່ມຈັດການແຂ່ງຂັນເລືອກຕັ້ງປະທານາທິບໍດີບຣາຊິນ

2022-08-18 15:09:34 cri

      ການແຂ່ງຂັນເລືອກຕັ້ງປະທານາທິບໍດີບຣາຊິນປີ 2022 ໄດ້ເລີ່ມຈັດຂຶ້ນໃນວັນທີ 16 ສິງຫານີ້, ຜູ້ສະໝັກຮັບເລືອກຕັ້ງປະທານາທິບໍດີ 11 ທ່ານຈະເຂົ້າຮ່ວມການແຂ່ງຂັນເລືອກຕັ້ງປະທານາທິບໍດີໃນຄັ້ງນີ້.

      ນັບມາຮອດມື້ສຸດທ້າຍຂອງການສະເໜີຊື່ໃນວັນທີ 15 ສິງຫານີ້, ຈຳນວນຜູ້ສະໝັກຮັບເລືອກຕັ້ງປະທານາທິບໍດີທີ່ໄດ້ລົງທະບຽນຢູ່ສານເລືອກຕັ້ງຂັ້ນສູງຂອງບຣາຊິນມີທັງໝົດ 12 ທ່ານ ເຊິ່ງລວມທັງ ທ່ານ ຈາເອວ ໂບນໂຊນາໂຣ ຜູ້ສະໝັກຮັບເລືອກຕັ້ງພັກອິດສະຫຼະ, ປະທານາທິບໍດີຄົນປັດຈຸບັນຂອງບຣາຊິນ, ທ່ານ ລູອິສ ອິນາຊິໂອ ລູລາ ດາຊິນວາ ຜູ້ສະໝັກຮັບເລືອກຕັ້ງພັກແຮງງານ,ອະດີດປະທານາທິບໍດີບຣາຊິນ, ທ່ານ ຊີໂຣ ໂກເມັສ ຜູ້ສະໝັກຮັບເລືອກຕັ້ງພັກແຮງງານແລະປະຊາທິປະໄຕ,ອະດີດລັດຖະມົນຕີກະຊວງການເງິນບຣາຊິນແລະທ່ານອື່ນໆ. ວັນທີ 16 ສິງຫານີ້, ມີຜູ້ສະໝັກຮັບເລືອກຕັ້ງ 1 ທ່ານໄດ້ປະກາດຈະຖອນຕົວອອກຈາກການເລືອກຕັ້ງຄັ້ງນີ້.

     ອີງຕາມຜົນການຢັ່ງປະຊາມະຕິທີ່ອົງການໃຫ້ຄຳປຶກສາຂອງບຣາຊິນເປີດເຜີຍໃນວັນທີ 15 ສິງຫານີ້ສະແດງໃຫ້ເຫັນວ່າ: ທ່ານ ລູອິສ ອິນາຊິໂອ ລູລາ ດາຊິນວາ ໄດ້ຄະແນນນິຍົມນຳໜ້າດ້ວຍອັດຕາການສະໜັບສະໜູນ 44%ໃນການຈັດອັນດັບຜົນການຢັ່ງປະຊາມະຕິຮອບທຳອິດ,ອັດຕາການສະໜັບສະໜູນຂອງທ່ານ ຈາເອວ ໂບນໂຊນາໂຣ ແມ່ນ 32%, ສ່ວນຜູ້ສະໝັກຮັບເລືອກຕັ້ງທີ່ເຫຼືອນັ້ນລ້ວນແຕ່ມີອັດຕາການສະໜັບສະໜູນຕ່ຳກວ່າ.