ການອະນຸລັກສິ່ງແວດລ້ອມນິເວດແລະການພັດທະນາແບບສີຂຽວມີຄວາມໝາຍຍຸດທະສາດສຳລັບການພັດທະນາພາກຕາເວັນອອກສຽງເໜືອຈີນ

2022-08-18 11:19:53 cri



ວັນທີ 16 ສິງຫາ2022, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ນະຄອນຈິນໂຈ່ ແຂວງລຽວນິງ ທາງພາກຕາເວັນອອກສຽງເໜືອງຂອງຈີນ.

 ສິ່ງແວດລ້ອມນິເວດທີ່ດີເປັນຊັບພະຍາກອນອັນປະເສີດສຳລັບການພັດ ທະນາເສດຖະກິດສັງຄົມຂອງພາກຕາເວັນອອກສຽງເໜືອ ທັງເປັນທ່າແຮງ ດ້ານໜຶ່ງໃນການພັດທະນາພາກຕາເວັນອອກສຽງເໜືອໃຫ້ຈະເລີນຮຸ່ງເຮືອງ. ໃນ ການສຳຫຼວດກວດກາວຽກງານຢູ່ພາກຕາເວັນອອກສຽງເໜືອທຸກຄັ້ງຜ່ານມາ, ທ່ານສີຈິ້ນຜິງໄດ້ກ່າວເນັ້ນໜັກຫຼາຍເທື່ອກ່ຽວກັບການອະນຸລັກສິ່ງແວດລ້ອມນິ ເວດແລະການພັດທະນາແບບສີຂຽວ.




ເດືອນພຶດສະພາປີ2016, ທ່ານສີຈິ້ນຜິງໄດ້ເດີນທາງໄປຢ້ຽມຢາມສວນ ອຸທິຍານແຫ່ງຊາດຊີ່ສຸຍ ແຂວງເຮີຍລົງຈ່ຽງໂດຍໄດ້ເອົາໃຈໃສ່ສະພາບ ການຫັນປ່ຽນຮູບແບບການພັດທະນາເສດຖະກິດເຂດປ່າເປັນຈຸດສຳຄັນ. ທ່ານກ່າວເນັ້ນໜັກວ່າ: ການອະນຸລັກສິ່ງແວດລ້ອມນິເວດແມ່ນມີຄວາມໝາຍ ທາງຍຸດທະສາດ. ໃນໄລຍະສຳຫຼວດກວດກາວຽກງານຢູ່ພາກຕາເວັນອອກສຽງ ເໜືອເມື່ອປີ2018, ທ່ານສີຈິ້ນຜິງໄດ້ກ່າວເນັ້ນໜັກໃນເວລາຢ້ຽມຢາມແຂວງ ຈີລິນວ່າ: ຕ້ອງຖືເອົາການອະນຸລັກສິ່ງແວດລ້ອມນິເວດເປັນວຽກງານບຸລິມະສິດ, ຍຶດໝັ້ນໃນການພັດທະນາແບບສີຂຽວ. ສຳລັບການພັດທະນາແບບສີຂຽວຂອງດພາກຕາເວັນອອກສຽງເໜືອ, ທ່ານສີຈິ້ນຜິງເຄີຍສະເໜີຄຳຮຽກຮ້ອງດັ່ງນີ້: ຕ້ອງຜັນຂະຫຍາຍແນວຄວາມຄິດກ່ຽວກັບ “ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ” ແລະ “ຫິມະນ້ຳກ້ອນກໍແມ່ນພູເງິນພູຄຳ”, ຈັດຕັ້ງປະຕິບັດແລະລົງເລິກ ມາດຕະການປະຕິຮູບຄວາມສິວິໄລດ້ານນິເວດ, ເຮັດໃຫ້ພາກຕາເວັນອອກ ສຽງເໜືອມີທ້ອງຟ້າປອດໂປ່ງກວ່າເກົ່າ, ພູຂຽວກວ່າເກົ່າແລະນ້ຳໃສກວ່າເກົ່າ.

ກ່ອນຊຸມປີ1990, ພາກຕາເວັນອອກສຽງເໜືອເປັນຖານການຜະລິດ ອຸດສາຫະກຳທີ່ສຳຄັນຂອງຈີນ, ເສດຖະກິດພັດທະນາຫຼາຍສົມຄວນ. ໄປຄຽງຄູ່ກັບການລົງເລິກປະຕິບັດນະໂຍບາຍປະຕິຮູບແລະເປີດປະຕູສູ່ພາຍນອກ, ຈັງຫວະການເຕີບໂຕດ້ານເສດຖະກິດຂອງພາກຕາເວັນອອກສຽງເໜືອໄດ້ຫຼ້າຊ້າກວ່າເຂດແຄມທະເລພາກຕາເວັນອອກສຽງໃຕ້ເທື່ອລະກ້າວ. ດ້ວຍເຫດນີ້, ຈີນຈິ່ງໄດ້ວາງຍຸດທະສາດພັດທະນາຖານການຜະລິດອຸດສາຫະກຳເກົ່າເຊັ່ນ: ພາກຕາເວັນອອກສຽງເໜືອເປັນຕົ້ນ ໃຫ້ຈະເລີນ.



  ໃນການຢ້ຽມຢາມສວນອຸທິຍານແຫ່ງຊາດຕົ່ງຫູນະຄອນຈິນໂຈ່ເທື່ອນີ້, ທ່ານສີຈິ້ນຜິງໄດ້ໂອ້ລົມສົນທະນາຢ່າງໃກ້ຊິດກັບຊາວເມືອງທັງຫຼາຍ, ເມື່ອເວົ້າເຖິງຫົວຂໍ້ທີ່ຍິ່ງໃຫຍ່ກວ່າ. ທ່ານໄດ້ຊີ້ໃຫ້ເຫັນວ່າ: ການຫັນເປັນທັນສະໄໝແບບຈີນແມ່ນການຫັນເປັນທັນສະໄໝທີ່ປະຊາຊົນທຸກຖ້ວນໜ້າຮັ່ງມີຮ່ວມກັນ, ບໍ່ສະເພາະແຕ່ຄົນຈຳນວນໜ້ອຍຮັ່ງມີເທົ່ານັ້ນ, ແຕ່ແມ່ນໃຫ້ປະຊາຊົນທຸກຖ້ວນໜ້າຮັ່ງມີຮ່ວມກັນແລະທຸກຄົນມີຄວາມສຸກມ່ວນຊື່ນຮ່ວມກັນ.